ນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບການນຳສປປ.ລາວ

ນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບການນຳສປປ.ລາວ - ảnh 1

ທ່ານ​ນາຍົກລັດຖະມົນຕີ ​ຫວຽດນາມ ຫງວຽນ​ຊວນ​ຟຸກ ແລະ ທ່ານ​ນາຍົກລັດຖະມົນຕີ ລາວ ທອງ​ລຸນ ສີ​ສຸ​ລິດ
(ພາບ: VGP/Quang Hiếu)


(vovworld) –  ນັບ​ແຕ່​ເມື່ອ​ໄປ​ຮອດ​ນະຄອນຫຼວງ ວຽງ​ຈັນ, ສປປ. ລາວ, ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ ​ແລະ ບັນດາ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງ, ຕອນ​ບ່າຍ​ວັນ​ທີ 6/9, ທ່ານ​ນາຍົກລັດຖະມົນຕີ ​ຫວຽດນາມ ຫງວຽນ​ຊວນ​ຟຸກ  ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ນາຍົກລັດຖະມົນຕີ ລາວ ທອງ​ລຸນ ສີ​ສຸ​ລິດ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​​ໄດ້​ຢັ້ງຢືນ​ວ່າ: ຫວຽດນາມ ສະໜັບ​ສະ​ຫນູນ ລາວ ປະຕິບັດ​ສຳ​ເລັດໜ້າ​ທີ່​ສຳຄັນ​ເປັນ​ປະທານ​ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ  ​ແລະ ບັນດາ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງ, ປະກອບສ່ວນ​ປັບປຸງ​ຄວາມ​ສາມັກຄີ ອາ​ຊຽນ, ​ເພື່ອ​ສັນຕິພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ໃນ​ພາກ​ພື້ນ ​ແລະ​  ​ໃນ​ໂລກ. ທີ່​ການ​ພົບ​ປະ, 2 ຝ່າຍ​ໄດ້​ສະ​ແດງ​ຄວາມປິ​ຕິ​ຊົມຊື່ນ​ຕໍ່​ບັນດາ​ບາດກ້າວ​ພັດທະນາ​ອັນ​ດີງາມ​ຂອງ​ການ​ພົວພັນ​ຮ່ວມ​ມືມິດຕະພາບ​ຮອບດ້ານ​ລະຫວ່າງ 2 ປະ​ເທດ, ​ເຫັນ​ດີ​ເປັນ​ເອກະ​ພາບ​ຈະ​ຍູ້​ແຮງ​ບັນດາ​ມາດ​ຕະການ​ເພີ່​ມທະວີ​ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ, ພິ​ເສດ​ແມ່ນ​ກ່ຽວ​ກັບ​ດ້ານ​ເສດຖະກິດ - ການ​ຄ້າ - ການ​ລົງທຶນ. ນາຍົກລັດຖະມົນຕີ 2 ທ່ານ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ໃຫ້​ບຸລິມະສິດ​​ແກ່​ການຜັນ​ຂະຫຍາຍ​ບັນດາ​ສັນຍາ​ໄດ້​ລົງ​ນາມ​ລະຫວ່າງ 2 ປະ​ເທດ​ຢ່າງ​ມີ​ປະສິທິຜົນ, ​ໃນ​ນັ້ນ​ມີ​ສັນຍາ​ການ​ຄ້າ ​ແລະ ສັນຍາ​ການ​ຄ້າ​​ຊາຍ​ແດນ ຫວຽດນາມ - ລາວ.

        ກໍ່​ໃນ​ຕອນ​ບ່າຍ​ວັນ​ທີ 6/9, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ເຂົ້າ​ຢ້ຽມ​ຂຳ່ນັບ​ທ່ານ​ເລຂາ​ທິການ​ໃຫຍ່, ປະທານ​ປະ​ເທດ ລາວ ບຸນ​ຍັງ ວໍລະ​ຈິດ, ປະທານສະພາ​ແຫ່ງ​ຊາດ ລາວ ປານີ ຢາ​ທໍ​ຕູ້. ການ​ນຳ 2 ປະ​ເທດ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ວ່າ​ໄລຍະ​ຈະ​ມາ​ເຖິງ 2 ຝ່າຍ​ຕ້ອງ​ສຸມ​ໃສ່​ປະຕິບັດ​ບັນ​ດາ​ສັນຍາ, ຂໍ້​ຕົກລົງ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ຢ່າງ​ມີ​ປະສິດທິ​ຜົນ, ສົມທົບ​ກັນ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ປະ​ຈຳປີ​ຂອງ​ກົມ​ການ​ເມືອງ 2 ປະ​ເທດ ​ແລະ ກອງ​ປະຊຸມ​ຄັ້ງ​ທີ 39 ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ ຫວຽດນາມ - ລາວ ​ໃນ​ທ້າຍ​ປີ​ນີ້​ເປັນ​ຢ່າງ​ດີ… 2 ປະ​ເທດ​ຈະ​ສົມທົບ​ກັບ​ຢ່າງ​ແໜ້ນ​​ແຟ້ນ​ເພື່ອຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 55 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ​ແລະ 40 ປີ​ແຫ່ງ​ວັນ​​ເຊັນສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື ຫວຽດນາມ - ລາວ ​ໃນແ​ປີ 2017 ຢ່າງ​ຟົດ​ຟື້ນ.


ຂ່າວ/ບົດ​ອື່ນ