ນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມລັດ Lower ໂອຕາລິດແລະພົບປະກັບຜູ້ວ່າການລັດ

(VOVWORLD) -ຕອນເຊົ້າວັນທີ 16 ຕຸລາ, ທ່ານນາຍົກລັດຖະມົນຕີ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງລັດຖະບານຫວຽດນາມ ໄດ້ໄປຢ້ຽມຢາມລັດ Lower ໂອຕາລິດ, ພົບປະ ແລະ ເຮັດວຽກກັບຜູ້ວ່າການລັດທ່ານນາງ Mikl Leitner.

ນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມລັດ Lower ໂອຕາລິດແລະພົບປະກັບຜູ້ວ່າການລັດ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽນຊວນຟຸກ ພົບປະ ແລະ ເຮັດວຽກກັບຜູ້ວ່າການລັດທ່ານນາງ Mikl Leitner

(ພາບ: TTXVN)

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ, ລັດຖະບານຫວຽດນາມ ສ້າງສະພາບແວດລ້ອມສະດວກໃຫ້ແກ່ບັນດາວິສາຫະກິດຕ່າງປະເທດ, ໃນນັ້ນມີບັນດາວິສາຫະກິດໂອຕາລິດ ແລະ ລັດ Lower ໂອຕາລິດ ມາລົງທຶນ ແລະ ດຳເນີນທຸລະກິດຢ່າງຍາວນານຢູ່ຫວຽດນາມ. ສ່ວນທ່ານນາງ Mikl Leitner ເນັ້ນໜັກວ່າ, ລັດ Lower ໂອຕາລິດ ສະໜັບສະໜູນການພັດທະນາການພົວພັນຮ່ວມມືທີ່ນັບມື້ນັບໄດ້ຮັບການເປີດກວ້າງລະຫວ່າງຫວຽດນາມ ແລະ ໂອຕາລິດ ກໍຄືລະຫວ່າງຫວຽດນາມ ແລະ ອີຢູ, ສະໜັບສະໜູນເລື່ອງລົງນາມ ແລະ ຜັນຂະຫຍາຍສັນຍາການຄ້າເສລີຫວຽດນາມ - ອີຢູ (EVFTA) ໂດຍໄວ. ພ້ອມກັນນັ້ນ, ບັນດາວິສາຫະກິດລັດ Lower ໂອຕາລິດ ກໍ່ມີຄວາມສົນໃຈຫຼາຍຢ່າງເຖິງຕະຫຼາດຫວຽດນາມ… ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ລັດ Lower ໂອຕາລິດສະໜັບສະໜູນບັນດາການຮ່ວມສຳພັນການຮ່ວມມື, ດຳເນີນທຸລະກິດລະຫວ່າງບັນດາມະຫາວິທະຍາໄລ ແລະ ບັນດາວິສາຫະກິດຂອງລັດ ກັບບັນດາຄູ່ຮ່ວມມືຫວຽດນາມ. ທີ່ການພົບປະກັບສື່ມວນຊົນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ໃຫ້ຮູ້ວ່າ.

“ທີຫນຶ່ງ ແມ່ນ ສົ່ງເສີມບັນດາວິສາຫະກິດ ໂອຕາລິດ ເຂົ້າມາລົງທຶນ ແລະ ດຳເນີນທຸລະກິດ ຢູ່ ຫວຽດນາມ ໃນບັນດາຂົງເຂດ ຊື່ງລັດ ມີທ່າແຮງ ກໍ່ຄື ສ້າງກາລະໂອກາດໃຫ້ແກ່ບັນດາວິສາຫະກິດຫວຽດນາມ ສຳຜັດກັບຕະຫລາດ ໂອຕາລິດເວົ້າລວມ ແລະ ລັດ Lowerໂອຕາລິດ ເວົ້າສະເພາະ. ທີສອງແມ່ນເປີດກວ້າງການຮ່ວມມືໃນຂົງເຂດການສຶກສາ ບຳລຸງສ້າງລະຫວ່າງສອງຝ່າຍ. ທີສາມ ແມ່ນເພີ່ມທະວີການພົວພັນແລກປ່ຽນປະຊາຊົນ, ເຊື່ອມຕໍ່ການຮ່ວມມືລະຫວ່າງທ້ອງຖິ່ນສອງຝ່າຍ, ແບ່ງປັນບົດຮຽນການຄຸ້ມຄອງຕົວເມືອງ, ນະຄອນ ອັດສະລິຍະ ແລະ ບັນດາຂົງເຂດມີຄວາມສາມາດບົ່ມຊ້ອນອື່ນ ຊື່ງລັດນີ້ມີທ່າແຮງ.”

 ສ່ວນທ່ານນາງ  Johanna Mikl Leitner ຜູ້ວ່າການລັດ Lower ໂອຕາລິດ ໃຫ້ຮູ້ວ່າ: ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ ໂອຕາລິດ ແລະ ລັດ Lower ໂອຕາລິດ, ໃນນັ້ນ ມີການເຄື່ອນໄຫວຮ່ວມມືຫລາຍຢ່າງໃນຂົງເຂດການສຶກສາ ພ້ອມທັງປາດຖະຫນາຢາກຊຸກຍູ້ການຮ່ວມມືໃນຂົງເຂດນີ້ໃນໄລຍະຈະມາເຖິງ. ທ່ານນາງ ຜູ້ວ່າການລັດ ປາດຖະຫນາຢາກຊຸກຍູ້ການເຄື່ອນໄຫວດ້ານການຄ້າລະຫວ່າງຫວຽດນາມ ແລະ ລັດ Lowerໂອຕາລິດໃນບັນດາຂົງເຂດຊື່ງສອງຝ່າຍມີທ່າແຮງ.

ໃນຕອນເຊົ້າວັນດຽວກັນ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໄປຢ້ຽມຢາມມະຫາວິທະຍາໄລ ວິທະຍາສາດໝູນໃຊ້ Krems. ກ່າວຄຳເຫັນນະທີ່ນີ້ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ: ການປະຕິວັດອຸດສາຫະກຳ 4.0 ພວມສ້າງກາລະໂອກາດໃຫຍ່ໃຫ້ແກ່ບັນດາປະເທດເພື່ອຫຍັບມໍ່ໃກ້ກັນກວ່າ, ມີຄວາມເຂົ້າໃຈປະເທດອື່ນກວ່າ ແລະ ເພີ່ມທະວີການແບ່ງປັນຄວາມຮັບຜິດຊອບໃນປະຊາຄົມ. ທ່ານນາຍົກລັດຖະມົນຕີມີຄວາມເຊື່ອໝັ້ນວ່າ ຊາວຫນຸ່ມ ແລະ ນັກສຶກສາສອງປະເທດ ຫວຽດນາມ ແລະ ໂອຕາລິດ ຈະແມ່ນຫນຶ່ງໃນບັນດາຂົວຕໍ່ເພື່ອຮັດແຫນ້ນນ້ຳໃຈມິດຕະພາບລະຫວ່າສອງປະເທດ, ປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ການຮ່ວມມືພັດທະນາ ແລະວັດທະນາຖາວອນລວມຂອງພາກພື້ນ. ເນື່ອງໃນໂອກາດນີ້ ທ່ານນາຍົກລັດຖະມົນຕີ ໄດ້ເປັນສັກຂິພິຍານພິທີເຊັນສັນຍາການຮ່ວມມືລະຫວ່າງມະຫາວິທະຍາໄລ Krems ແລະ ມະຫາວິທະຍາໄລການຄ້າ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ