ນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມບັນດາວາລະເຈລະຈາທີ່ກອງປະຊຸມWEF Davos

ນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມບັນດາວາລະເຈລະຈາທີ່ກອງປະຊຸມWEF Davos - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ແລະ ທ່ານ​ນາງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ວິດ

(vovworld) - ໃນ​ຂອບ​ເຂດ​ການ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ (WEF) Davos, ຕອນ​ບ່າຍ​ວັນ​ທີ 19/1 (ຕາມ​ເວ​ລາ​ທ້ອງ​ຖ​ິ່ນ), ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ທີ່​ບາງວາ​ລະ​ປຶກ​ສາ​ຫາ​ລື, ມີ​ການ​ພົບ​ປະ​ກັບ​ການ​ນຳ​ອົງ​ການ, ປະ​ເທດ​ຕ່າງໆ.

        ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟ​ຸ​ກ ໄດ້​ເຂົ້າ​ຮ່ວມ​​ການ​ປຶກ​ສາ​ຫາ​ລືທີ່​ການ​ເຈ​ລະ​ຈາ​ຂັ້ນ​ສູງ​ກ່ຽວ​ກັບ “ການ​ນຳ​ເປັນ​ເຈົ້າ​ການ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ໂລກຫຼາຍ​ສົ້ນ”.

        ກ່າວ​ຄຳ​ເຫັນ​ໄຂວາ​ລະ​ປຶກ​ສາ​ຫາ​ລື ກ່ຽວ​ກັບ “ແງ່​ຫວັງ ອາ​ຊຽນ ພາຍຫຼັງ​ໄລ​ຍະ​ທາງ 50 ປີ​​ແຫ່ງ​ການສ້າງ​ຕັ້ງ ແລະ ພັດ​ທະ​ນາ”. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ຊີ້​ແຈ້ງ​ບັນ​ດາ​ຜົນ​ງານ​ໃນ​ການ​ພັດ​ທະ​ນາ​ຂອງ ອາ​ຊຽນ, ​ຕີ​ລາ​ຄາ​ສູງຫຼັກ​ກາ​ນ​ເຫັນ​ດີ​ເຫັນ​ພ້ອມ ແລະ “​ແບບວິ​ທີ​ການ​ອາ​ຊຽນ” ສ້າງ​ສີ​ສັນ​ຂອງ ອາ​ຊຽນ, ຖື​ວ່າ ອາ​ຊຽນ ຕ້ອງ​ປະ​ຕິ​ບັດ​ວິວ​ັດ​ທະ​ນາ​ການ​ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຍາດ​ແຍ່ງ​ບັນ​ດາ​ສັນ​ຍາ​ການ​ຄ້າ ເສ​ລີ (FTA) ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ເພື່ອ​ແນ​ໃສ່​ສ້າງ​ກາ​ລະ​ໂອ​ກາດ​ດຶງ​ດູດ​ການ​ລົງ​ທຶນ, ການ​ຄ້າ​ເຂົ້າ​ພາກ​ພື້ນ, ຢັ້ງ​ຢືນ ຫວຽດ​ນາມ ປະ​ກອບ​ສ່ວນ​ສຳ​ຄັນ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ເຂົ້າ​ການ​ປັບ​ປຸງ​ຄວາມ​ສາ​ມັກ​ຄີ ແລະ ຄວາ​ມ​ເຫັນ​ດີ​ເຫັນ​ພ້ອມ ອາ​ຊຽນ, ມາ​ນະ​ພະ​ຍາ​ຍາມ​ພ້ອມ​ກັບ​ບັນ​ດາ​ປະ​ເທດ ອາ​ຊຽນ ກໍ່​ສ້າງ​ປະ​ຊາ​ຄົມ ອາ​ຊຽນ ​ໃຫ້ໝັ້ນ​ຄົງ​ເຂັ້ມ​ແຂງ.

        ໃນ​ການ​ພົບ​ປະ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Antonio Guterres, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸ​ກ ຢັ້ງ​ຢືນ​ວ່າ ຫວຽດ​ນາມ ຈະ​ສືບ​ຕໍ່​ເປັນ​ເຈົ້າ​ການ, ຕັ້ງ​ໜ້າ​ເຂົ້າ​ຮ່ວມ ແລະ ​ປະ​ກອບ​ສ່ວນ​ຢ່າງ​ມີ​ປະ​ສິດ​ທ​ິ​ຜົນ​​ເຂົ້າ​ໃນ​ບັນ​ດາ​ບັນ​ຫາ​ສຳ​ຄັນ​ຂອງ ສ​ປ​ຊ.

        ທີ່​ການ​ພົບ​ປະ​ກັບ​ທ່ານ​​ນາງປະ​ທາ​ນາ​ທິ​ບໍ​ດີ ສະ​ວິດ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸ​ກ ໄດ້​ຕີ​ລາ​ຄາ​ສູງ​ເລື່ອງ 2 ປະ​ເທດ​ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອ​ນ​ໄຫວ​ແທ​ດ​ຈິງ​​ເພື່ອສະ​ເຫຼີມ​ສະຫຼອງ 45 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ, ໃນ​ນັ້ນ​ມີ​ເຫດ​ການ​ວັນ ຫວຽດ​ນາມ ຢູ່ ສະ​ວິດ.

        ນອກ​ຈາກນັ້ນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຍັງ​ມີ​ການ​ພົບ​ປະ​ກັບ​ການ​ນຳ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ແຖວ​ໜ້າ​ຂອງ​ໂລກ​ອີກ​ດ້ວຍ.


ຂ່າວ/ບົດ​ອື່ນ