ນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມເວທີປາໄສວິສາຫະກິດຫວຽດນາມ

ນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມເວທີປາໄສວິສາຫະກິດຫວຽດນາມ - ảnh 1
(ເວ​ທີ​ປາ​ໄສວິ​ສາ​ຫະ​ກິດ​ຫວຽດ​ນາມ)

(vovworld) - ຕອນ​ເຊົ້າ​ວັນ​ທີ 05/12, ຢູ່​ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ​ ຫງວຽນ​ຊວນ​ຟ​ຸກ ໄດ້​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສວິ​ສາ​ຫະ​ກິດ (VBF). ເວ​ທີ​ປາ​ໄສ​ປີນີ້​ມີ​ຫົວ​ຂໍ້​ວ່າ “ຍົກ​ສູງ​ບົດ​ບາດ​ທີ່​ຕັ້ງ​ເຂດ​ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ”.

        ກ່າວ​ຄຳ​ເຫັນ​ທີ່​ເວ​ທີ​ປາ​ໄສ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ຍົກ​ອອກ 7 ບັນ​ຫາ​ເຊິ່ງ​ບັນ​ດາ​ນັກ​ລົງ​ທຶນ​ຍົກ​ອອກ​ມາ ແລະ ປຶກ​ສາ​ຫາ​ລື. ນັ້ນ​ແມ່ນ​ເພີ່ມ​ທະ​ວີ​ກຳ​ລັງ​ຄວາມ​ສາ​ມາດ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ; ຊຸກຍ​ູ້​ອຸດ​ສາ​ຫະ​ກຳ​ສຳ​ຮອ​ງ; ພັດ​ທະ​ນາ​ຕະ​ຫຼ​າດ​ທຶນ; ພະ​ລັງ​ງານ​ສະ​ອາດ ແລະ ພະ​ລັງ​ງານ​ຜະ​ລິດ​ຄືນ​ໃໝ່… ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຢືນ​ຢັນ​ວ່າ, ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສືບ​ຕໍ່​ປັບ​ປຸງ​ລະ​ບອບ​ເສດ​ຖະ​ກິດ​ການ​ຕະ​ຫຼາດ, ນະ​ໂຍ​ບາຍ​ກົດ​ໝາຍ, ປະ​ຕິ​ຮູບດ້ານ​ການ​ບໍ​ລິ​ການ, ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ ດຳ​ເນີນ​ທຸ​ລະ​ກິດ​​ຢ່າງ​ສະ​ດວກ… ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ເປັນ​ເຈົ້າ​ການ, ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ວິ​ວັດ​ການ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຢ່າງ​ເລິກ​ເຊິ່ງກວ່າ ຜ່ານ​ການ​ຫັນ​ບັນ​ດາ​ການ​ເຄື່ອນ​ໄຫວ​ລົງ​ທຶນ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ, ໃນ​ນັ້ນ​ເ​ອົາ​ໃຈ​ໃສ່​​ເຖິງຮູບ​ການ​ຮ່ວມ​ມື​ພາກ​ລັດ - ເອ​ກະ​ຊົນ (PPP). ສຳ​ລັບ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເນັ້ນ​ໜັກ​ວ່າ.

        “ສຳ​ລັບ​ຝ່າຍ​ວິ​ສາ​ຫະ​ກິດ​ລົງ​ທຶນ​ຕ່າງ​ປະ​ເທດ FDI, ລັດ​ຖະ​ບ​ານ​ປາດ​ຖະ​ໜາ​ໃຫ້​ມີ​ການຢືດ​ໝັ້​ນ​​ການ​ຮ່ວມ​ມື​ລົງ​ທຶນ, ມີ​ຄວາມ​​ເຊື່ອ​​ໝັ້ນ​ຕໍ່​ບັນ​ດາ​ການ​ປະ​ຕິ​ຮູບ​ຂອງ​ຫວຽດ​ນາມ, ຍູ້​ແຮງ​ການມອບ​ສົ່ງ​ເຕັກ​ໂນ​ໂລ​ຊີ​ທີ່​ກ້າວ​ໜ້າ, ບຳ​ລຸງ​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ແບ່ງ​ປັນ​ບົດ​ຮຽນ​ໃນ​ການ​ຄຸ້ມ​ຄອງ, ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ສັງ​ຄົມ, ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມ​ກັບ​ຫວຽດ​ນາມ ປົກ​ປັກ​ຮັກ​ສາ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ, ລັກ​ສະ​ນະ​ໝັ້ນ​ຄົງ​ຂອງ​ສິ່ງ​ແວ​ດ​ລ້ອມ ແລະ ຄວາມ​ປອດ​ໂປ່ງ​ຂອງ​ສະ​ພາບ​ແວ​ດ​ລ້ອມ​​ແຫ່ງ​ການ​ດຳ​ລົງ​ຊີ​ວິດ​ໃຫ້​ແກ່​ຫວຽດ​ນາມ. ພວກ​ເພື່ອນ​ຈົ່ງ​ມາ​ຫວຽດ​ນາມ ດ້ວຍ​ເຕັກ​ໂນ​ໂລ​ຊີ​ທີ່​ທັນ​ສະ​ໄໝ, ການ​ຄຸ້ມ​ຄອງ​ກ້າວ​ໜ້າ ແລະ ຫົວ​ໃຈ, ໝາຍ​ຄວາມ​ວ່າ​ຍົກ​ສ​ູງ​ມາດ​ຕະ​ຖານ, ຄຸນ​​ສົມ​ບັດ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ ແລະ ວັດ​ທະ​ນະ​ທຳ​ວິ​ສາ​ຫະ​ກິດ”.

        ສິ້​ນ​ສຸດ​ບົດ​ກ່າວ​ປາ​ໄສ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເນັ້ນ​ໜັກ​ວ່າ, ລັດ​ຖະ​ບານ​ຫວຽດ​ນາມ ຈ​ະ​ມາ​ນະ​ພະ​ຍາ​ຍາມ​ເຄື່ອນ​ໄຫວ ເພື່ອ​ໃຫ້​ປະ​ຊ​າ​ຄົ​ມ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ສາ​ມາດ​ຕິດ​ພັນ​​ນຳ​ກັນພ້ອມ​ກັນ​ຮ່ວມ​ມື, ເຕີບ​ໃຫຍ່​, ເຂັ້ມ​ແຂງ​ຢູ່​ພາຍ​ໃນ​ປະ​ເທດ, ໃນ​ພື້ນ​ຖານ​ເສດ​ຖະ​ກິ​ດ​ແຫ່ງ​ຊາດ​ຫວຽດ​ນາມ ແລະ ​ອອກ​ສູ່​ໂລກ​ໃຫ້​ສຳ​ເລັດ​ຜົນ.

ຂ່າວ/ບົດ​ອື່ນ