ນາຍົກລັດຖະມົນຕີຫງວຽນຊວນຟຸກເປັນປະທານກອງປະຊຸມປ່ຽນແປງໃໝ່, ຍົກສູງປະສິດທິຜົນການເຄື່ອນໄຫວຂອງລັດວິສາຫະກິດ

(VOVWORLD) -ຕອນເຊົ້າວັນທີ 21 ພະຈິກ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມປ່ຽນແປງໃໝ່, ຍົກສູງປະສິດທິຜົນການເຄື່ອນໄຫວຂອງລັດວິສາຫະກິດ ຊຶ່ງຈຸດສຸມແມ່ນບັນດາກຸ່ມເສດຖະກິດ, ບໍລິສັດໃຫຍ່ແຫ່ງລັດ
   ນາຍົກລັດຖະມົນຕີຫງວຽນຊວນຟຸກເປັນປະທານກອງປະຊຸມປ່ຽນແປງໃໝ່, ຍົກສູງປະສິດທິຜົນການເຄື່ອນໄຫວຂອງລັດວິສາຫະກິດ - ảnh 1ທານກອງປະຊຸມປ່ຽນແປງໃໝ່, ຍົກສູງປະສິດທິຜົນການເຄື່ອນໄຫວຂອງລັດວິສາຫະກິດ ໂດຍພາຍໃຕ້ການເປັນປະທານຂອງ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ

ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຢືນຢັນວ່າ ທັດສະນະຂອງພັກ, ລັດແມ່ນສືບຕໍ່ປະຕິບັດວຽກງານປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້, ແກ້ໄຂຈຸດອ່ອນ, ຂໍ້ຈຳກັດໃນການຫັນເປັນຫຸ້ນສ່ວນ, ຖອດທຶນໃນລັດວິສາຫະກິດ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກ່າວວ່າ :

   “ ທາງດ້ານເປົ້າໝາຍ, ຂະນະທີ່ໂລກພວມຫັນປ່ຽນ, ດັ່ງນັ້ນ ບັນດາວິສາຫະກິດຕ້ອງປ່ຽນແປງໃໝ່, ສ້າງໂຄງປະກອບຄືນໃໝ່, ຍົກສູງສະມັດຕະພາບ, ຄຸນນະພາບ, ຄວາມສາມາດແກ່ງແຍ້ງ. ບົນເນື້ອໃນຈິດໃຈດັ່ງກ່າວ, ຂ້າພະເຈົ້າໄດ້ວາງເປົ້າໝາຍສັງເຂບ, ນັ້ນແມ່ນ ສ້າງໂຄງປະກອບຄືນໃໝ່, ຍົກສູງປະສິດທິຜົນການເຄື່ອນໄຫວຂອງລັດວິສາຫະກິດບົນພື້ນຖານເຕັກໂນໂລຊີທັນສະໃໝ, ປ່ຽນແປງໃໝ່ປະດິດຄິດສ້າງ, ບໍລິຫານຕາມມາດຖານສາກົນ ແນໃສ່, ລະດົມ ແລະ ຈັດສັນ, ນຳໃຊ້ແຫຼ່ງກຳລັງສັງຄົມຢ່າງມີປະສິດທິຜົນ, ພັດທະນາທຶນຂອງລັດໃນວິສາຫະກິດ ”

ຕອບກັບ

ຂ່າວ/ບົດ​ອື່ນ