ນາຍົກລັດຖະມົນຕີຫງວຽນຊວນຟຸກເລີ່ມຕົ້ນການຢ້ຽມຢາມຍີ່ປຸ່ນແລະເຂົ້າຮ່ວມກອງປະຊຸມG7ເປີດກວ້າງ

ນາຍົກລັດຖະມົນຕີຫງວຽນຊວນຟຸກເລີ່ມຕົ້ນການຢ້ຽມຢາມຍີ່ປຸ່ນແລະເຂົ້າຮ່ວມກອງປະຊຸມG7ເປີດກວ້າງ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟ​ຸກ
(ພາບ​ປະ​ກອບ)

(vovworld) - ​ ​ຕອນ​ເຊົ້າ​ວັ​ນ​ທີ 26/05, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟ​ຸກ ແລະ ຄະ​ນະ​ຜູ້​ແທ​ນ​ຂັ້ນ​ສູງ​ຫວຽດ​ນາມ ເດີນ​ທາງ​ອອກ​ຈາກ​ຮ່າ​ໂນ້ຍ ໄປ​ເຖິງ​ຍີ່​ປຸ່ນ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ຍີ່​ປຸ່ນ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ G7 ເປິດກວ້າງ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ Shinzo Abe. ການ​ຢ້ຽມ​ຢາ​ມ​ໃນລະ​ຫວ່າງວັນ​ທີ 26 – 28/05, ​ຖືກ​ດຳ​ເນີນໃນ​ສະ​ພາບ “ການ​ພົວ​ພັນ​ຄ​ູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເລິກ​ເຊິ່ງ, ກວ້າງ​ຂ​ວາງ​ເພື່ອ​ສັນ​ຕິ​ພາບ ແລະ ຄວາມວັດ​ທະ​ນາ​ຖາ​ວອນ​ຢູ່​ອາ​ຊີ” ລະ​ຫວ່າງ 2 ປະ​ເທດ​ຫວຽ​ດ​ນາມ​ - ຍີ່​ປຸ່ນ ​ພວມພັດ​ທະ​ນາ​ຢ່າງ​ດີ​ງາມ. ນີ້​ແມ່ນ​​ຄັ້ງ​ທຳ​ອິດ​​ທີ່ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ​ຢ້ຽມ​ຢາມ​ຍີ່​ປ​ຸ່ນ ໃນ​ຖາ​ນະ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ, ​ເພື່ອ​ແນ​ໃສ່ຢືນ​ຢັນ​ແຜນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້​ນ​ສະ​ເໝີ​ປາຍ​​ກ່ຽວ​ກັບ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດຂອງ​ຫວຽດ​ນາມ ​ແນ​ໃສ່​ສ້າງ​ກຳ​ລັງ​ໜູນ​ຢ່າງ​ແຮງ​ເພື່ອ​​ໃຫ້ການ​ພົວ​ພັ​ນ​ລະ​ຫວ່າງ​ຫວຽດ​ນາມ - ຍີ່​ປຸ່ນ ​ນັບ​ມື້​ນັບ​ເລິກ​ເຊິ່ງ, ມີ​ປະ​ສິດ​ທິ​ຜົນ, ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ 2 ປະ​ເທດ, ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ຢູ່​ພາກ​ພື້ນ ແລະ ໃນ​ໂລກ. ໃນ​ໄລ​ຍະ​ຢູ່​ຢ້ຽມ​ຢາມ​ຍີ່​ປຸ່ນ, ຄາດ​ວ່າ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸ​ກ ຈະ​ເຂົ້າ​ຮ່ວມ​ການ​​ປຶກ​ສາ​ຫາ​ລື​ນະ​ໂຍ​ບາຍ​ເສດ​ຖະ​ກິດ​ຂັ້ນ​ສູງ​ຫວຽດ​ນາມ - ຍີ່​ປຸ່ນ; ເຂົ້າ​ຮ່ວມກອງ​ປະ​ຊຸ​ມ​ສຸດຍອດ G7 ເປີດກວ້າງ ແລະ ເຈ​ລະ​ຈ​າ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ. ເລື່ອງ​​ທີ່​ຍີ່​ປຸ່ນ ເຊີນ​ຫວຽດ​ນາມ ເ​ຂົ້າ​ຮ່ວມກອງ​ປະ​ຊຸມ G7 ເປີດກວ້າງເປັນ​ຄັ້ງ​ທຳ​ອິດໃນ​ປີນີ້ ​ໄດ້​ສະ​ແດງ​​ໃຫ້​ເຫັນຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຕີ​ລາ​ຄາ​ສູງ​ທີ່​ຕັ້ງ​ບົດ​ບາດ​ຂອງ​ຫວຽດ​ນາມ ໃນ​ການ​ສ້າງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ​ຢູ່​ພາ​ກ​ພື້ນ ແລະ ໃນ​ໂລກ.

ຂ່າວ/ບົດ​ອື່ນ