ນາຍົກລັດຖະມົນຕີຫງວຽນຊວນຟຸກໃກ້ຈະໂອ້ລົມສົນທະນາກັບກຳມະກອນເຕັກນິກສູງໃນໄວໆນີ້

(VOVWORLD) -ດ້ວຍຫົວຂໍ້ “ກຳມະກອນເຕັກນິກສູງ - ກຳລັງໜູນພັດທະນາປະເທດຊາດ”, ການໂອ້ລົມສົນທະນາຈະປິ່ນອ້ອມ 5 ກຸ່ມບັນຫາຕົ້ນຕໍ

ນາຍົກລັດຖະມົນຕີຫງວຽນຊວນຟຸກໃກ້ຈະໂອ້ລົມສົນທະນາກັບກຳມະກອນເຕັກນິກສູງໃນໄວໆນີ້ - ảnh 1 ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ໃກ້ຈະໂອ້ລົມສົນທະນາກັບກຳມະກອນເຕັກນິກສູງໃນໄວໆນີ້

(ພາບປະກອບ: VGP)

 ການໂອ້ລົມສົນທະນາຈະດຳເນີນໃນວັນທີ 05 ພຶດສະພາ, ຢູ່ນະຄອນໂຮ່ຈີມິນ. ນີ້ແມ່ນເວທີປາໄວເພື່ອໃຫ້ຜູ້ນຳໜ້າລັດຖະບານ ພົບປະ, ຮັບຟັງບັນດາຄວາມໃນໃຈ, ຄວາມມຸ່ງມາດປາດຖະໜາ ກໍຄືບັນດາການປະກອບສ່ວນສຳຄັນຂອງຖັນແຖວກຳມະກອນຜູ້ອອກແຮງງານເຕັກນິກສູງ ຕໍ່ການພັດທະນາຂອງວິສາຫະກິດ, ທ້ອງຖິ່ນ, ຂະແໜງການ ແລະ ປະເທດຊາດ. ດ້ວຍຫົວຂໍ້ “ກຳມະກອນເຕັກນິກສູງ - ກຳລັງໜູນພັດທະນາປະເທດຊາດ”, ການໂອ້ລົມສົນທະນາຈະປິ່ນອ້ອມ 5 ກຸ່ມບັນຫາຕົ້ນຕໍ, ໃນນັ້ນມີ: ບັນດານະໂຍບາຍຂອງວິສາຫະກິດສຳລັບກຳລັງກຳມະກອນເຕັກນິກສູງ; ບັນດານະໂຍບາຍຂອງທ້ອງຖິ່ນໃນການພັດທະນາແຫຼ່ງຊັບພະຍາກອນມີເຕັກນິກສູງ; ຕ້ອງເຮັດຫຍັງແດ່ເພື່ອໃຫ້ບັນດາຜູ້ອອກແຮງງານທຳມະດາ ກາຍເປັນກຳມະກອນເຕັກນິກສູງ…

ຕອບກັບ

ຂ່າວ/ບົດ​ອື່ນ