ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຕ້ອນຮັບປະທານສະພາແຫ່ງຊາດເຢຍລະມັນ

ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຕ້ອນຮັບປະທານສະພາແຫ່ງຊາດເຢຍລະມັນ - ảnh 1
ນາຍົກລັດຖະມົນຕີຫງວຽນເຕີນຢູ້ງ (ຂວາ) ແລະ ປະທານສະພາແຫ່ງຊາດເຢຍລະມັນ
(ພາບ: VGP)

(vovworld) - ​ ​​ຕອນ​ບ່າຍ​ວັນ​ທີ 27/3, ຢູ່​ຮ່າ​ໂນ້ຍ, ໃນ​ການ​ຕ້ອນ​ຮັບ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຢຍ​ລະ​ມັນ Nobert Lammert ມາ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ຫະ​ພັນ​ລັດ​ຖະ​ສະ​ພາ​ສາ​ກົນ​ຄັ້ງ​ທີ 132, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ຕີ​ລາ​ຄາ​ສູງ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ພວມ​ມີ​ບັນ​ດາ​ການ​ຫັນ​ປ່ຽນ​ຕັ້ງ​ໜ້າ​ນັບ​ແຕ່​ເມື່ອ 2 ປະ​ເທດ​ຍົກ​ລະ​ດັບ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ຫວັງ​ວ່າ: ສະ​ພາ​ແຫ່ງ​ຊາດ ເຢຍ​ລະ​ມັນ​ສະ​ໜັບ​ສະ​ໜູນ ຫວຽດ​ນາມ ແລະ ສະ​ຫະ​ພາບ​ເອີ​ລົບ ປະ​ຕິ​ບັດ​ສຳ​ເລັດ​ການ​ເຈ​ລະ​ຈາ​ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ - ສະ​ຫະ​ພາບ​ເອີ​ລົບ (FTA) ໂດຍ​ໄວ. ສະ​ພາ​ແຫ່ງ​ຊາດ ເຢຍ​ລະ​ມັນ​ຮັບ​ຮູ້ ຫວຽດ​ນາມ ແມ່ນ​ພື້ນ​ຖານ​ເສດ​ຖະ​ກິດ​ການ​ຕະຫຼາ​ດ​ເພື່ອ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ​້​ແກ່ ຫວຽດ​ນາມ ພັດ​ທະ​ນາ​ແຮງ​ກ່​ວາ​ອີກ. ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ຝາກ​ຄຳ​ແປງ​ເບົ່າ​ຄວາມ​ເສົ້າ​ສະຫຼົດ​ໃຈ​ເຖິງ​ການ​ນຳ ແລະ​ ປະ​ຊາ​ຊົນ ເຢຍ​ລະ​ມັນ​ກ່ຽວ​ກັບ​ອຸ​ບັດ​ຕິ​ເຫດ​ເຮືອ​ບິນ Germanwings ຕົກ​ເຮັດ​ໃຫ້​ພົນ​ລະ​ເມືອງ ເຢຍ​ລະ​ມັນຫຼາຍ​ຄົນ​ເສຍ​ຊີ​ວິດ.

 


ຂ່າວ/ບົດ​ອື່ນ