ນາຍົກລັດຖະມົນຕີຫງວຽນເຕີ໋ນຢຸງຕ້ອນຮັບຫົວໜ້າເສນາທິການໃຫຍ່ກອງທັບປະຊາຊົນລາວ

ນາຍົກລັດຖະມົນຕີຫງວຽນເຕີ໋ນຢຸງຕ້ອນຮັບຫົວໜ້າເສນາທິການໃຫຍ່ກອງທັບປະຊາຊົນລາວ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ຕີ​ລາຄາ​ສູງ​ໝາກ
ຜົນການ​ພົບ​ປະ​ເຈລະຈາ​ລະຫວ່າງ 2 ຫົວໜ້າ​ເສນາ​ທິການ
(ພາບ: VGP/NhatBac)

(vovworld) – ຕອນ​ບ່າຍວັນ​ທີ 19/10, ຢູ່​ຮ່າ​ໂນ້ຍ, ທີ່​ກາ​ນຕ້ອນຮັບ​ທ່ານ​ພົນ​ຕີ ສຸ​ວອນ​ ເລືອ​ງບຸນ​ມີ, ຫົວໜ້າ​ເສນາ​ທິການ​ໃຫຍ່, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ລາວ ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ ຫວຽດນາມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ຕີ​ລາຄາ​ສູງ​ໝາກຜົນການ​ພົບ​ປະ​ເຈລະຈາ​ລະຫວ່າງ 2 ຫົວໜ້າ​ເສນາ​ທິການ​ໃຫຍ່​ຂອງ​ກອງທັບ 2 ປະ​ເທດ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ຢືນຢັນ​ວ່າ: ລັດຖະບານ ຫວຽດນາມ ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່ ​ແລະ ສ້າງ​ທຸກ​ເງື່ອ​ນ​ໄຂ​ສະດວກ ​ເພື່ອ​ໃຫ້ການ​ຮ່ວມ​ມື​​ໃນ​ທຸກ​ຂົງ​ເຂດ​ລະຫວ່າງ 2 ກອງ​​ເສນາ​ທິການ​ໃຫຍ່, 2 ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ - ລາວ ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ກ້ວາງ​ຂວາງ​ ​ແລະ ມີ​ປະສິດທິ​ຜົນ, ປະກອບສ່ວນ​ຢ່າງ​ແທດ​ຈິງ​ເຂົ້າ​ໃນ​ພາລະກິດ​ສ້າງສາ ​ແລະ ພັດທະນາ​ເສດຖະກິດ - ສັງ​ຄົມ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ລາວ  - ຫວຽດນາມ.

        ທ່ານ ພົນ​ຕີ ສຸ​ວອນ​ ​ເລືອ​ງບຸນ​ມີ ​ໃຫ້​ຮູ້​ວ່າ: ​ເປົ້າໝາຍ​ຂອງ​ການ​ຢ້ຽມຢາມ ຫວຽດນາມ ຄັ້ງ​ນີ້ ຂອງ​ຄະນະ​ຜູ້​ແທນ​ກອງທັບ​ປະຊາຊົນ ລາວ ​ເພື່ອ​ແນ​ໃສ່​ເຮັດ​ໃຫ້ການ​ພົວພັນ​​ຮ່ວມ​ມື, ນ້ຳ​ໃຈ​ມິດຕະພາບ ​ແລະ ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ກອງທັບ​ຂອງ 2 ປະ​ເທດ​​ໃຫ້​ເລິກ​ເຊິ່ງກ່ວາ​ອີກ. ກອງທັບ​ປະຊາຊົນ ລາວ ຈະ​ສືບຕໍ່​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ຮັກສາ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້​ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ ລາວ - ຫວຽດນາມ.

ຂ່າວ/ບົດ​ອື່ນ