ນາຍົກລັດຖະມົນຕີຫງວຽນເຕີນຢຸງພົບປະເຈລະຈາກັບເລຂາທິການໃຫຍ່ສປຊ

ນາຍົກລັດຖະມົນຕີຫງວຽນເຕີນຢຸງພົບປະເຈລະຈາກັບເລຂາທິການໃຫຍ່ສປຊ - ảnh 1
(ທ່ານນາຍົກລັດຖະມົນຕີຫງວຽນເຕີນຢຸງ
ພົບປະເຈລະຈາກັບເລຂາທິການໃຫຍ່ສປຊ)


​(vovworld) – ຕອນ​ບ່າຍ​ວັນ​ທີ 22/05, ຢູ່​ສຳນັກງາ​ນລັດຖະບານ, ທີ່​ຮ່າ​​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki moon. ທີ່​ການ​ພົບ​ປະ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຢືນຢັນ​ວ່າ ຍາມ​ໃດ​ຫວຽດນາມ ກະກຽມ, ຕັ້ງໜ້າ, ​ເປັນ​ເຈົ້າ​ການ​ພ້ອມ​ກັບ​ສະຫະ​ປະຊາ​ຊາດ ​ແລະ ປະຊາ​ຄົມ​ໂລກຮ່ວມ​ແຮງ​ຮ່ວມ​ໃຈ​ປະຕິບັດ​ຢ່າງ​ມີ​ຜະ​ສິດທິ​ຜົນ​ບັນດາ​ໂຄງການ​ເຄື່ອນ​ໄຫວ​ໃຫ​້​ແກ່​ການ​ພັດທະນາ​ຢ່າງ​ໝັ້ນຄົງ, ​ໃນ​ນັ້ນ​ມີ​ໂຄງການ​ດຳ​ເນີນ​ງານ​ພັດທະນາ​ຢ່າງ​ໝັ້ນຄົງ​ພາຍຫຼັງປີ 2015, ​ເພື່ອ​ຈຸດໝາຍສັນຕິພາບ, ຈະ​ເລີ​ນຮຸ່ງ​ເຮືອງ, ວັດ​ທະນາ​ຖາວອນ​ຂອງ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ.

        ​ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki moon ​ໃຫ້​ຮູ້​ວ່າ, ບຸລິ​ມະ​ສິດ​ສຳຄັນ​ເຊິ່ງສະຫະ​ປະຊາ​ຊາດ​ຮຽກຮ້ອງ​ໃຫ້​ທົ່ວ​ໂລກ​ພ້ອມ​ກັບການ​ເຄື່ອນ​​ໄຫວ​ຮອດ​ປີ 2030 ບັນລຸ​ໄດ້​ບັນດາ​ຄາດໝາຍ​ໃນ 3 ຂົງ​ເຂດ​ເສດຖະກິດ, ສັງຄົມ ​ແລະ ສິ່ງ​ແວດ​ລ້ອມ.

        ກ່ຽວ​ກັບ​ບັນ​ຫາທະ​ເລ​ຕາ​ເວັນ​ອອກທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki moon ​ໄດ້​ຕັກ​ເຕື່ອນບັນດາ​ຝ່າຍ​ຈົ່ງ​ລະງັບ​ໃຈ​ໃນ​ການ​ກະທຳ​ກໍ່​ຄວາມ​ເຄັ່ງ​ຕຶງ ອາດ​ເຮັດ​ໃຫ້ສະພາບ​ການ​ຊົ່ວ​ຮ້າຍ​ລົງ ​ແລະ ຮຽກຮ້ອງທຸກ​ຝ່າຍ​ຈົ່ງເຄົາລົບ, ປະຕິບົດ​ຕາມ​ກົດໝາຍ​ສາກົນ, ສ້າງ​ປະມວນ​ຂໍ້​ກຳນົດ​ການ​ປະ​ພຶດຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ໂດຍ​ໄວ. ສະຫະ​ປະຊາ​ຊາດ ​ແລະ ທ່ານ Ban Ki moon ​ເອງ ພ້ອມ​ແລ້ວ​ທີ່​ຈະ​ເຂົ້າ​ຮ່ວມ​ບັນດາ​ການ​ປຶກສາ​ຫາລື​ຫຼາຍ​ຝ່າຍກ່ຽວ​ກັນ​ບັນຫາ​ນີ້ ຖາ້ຫາກ​ໄດ​້ຮັບ​ຄວາມ​ເຫັນ​ດີ​ຈາກ​ທຸກ​ຝ່າຍ.

        ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki moon ກໍ່​ແບ່ງປັນ ​ແລະ ສະ​ໜັບ​ສະໜູນ​ຫຼັກ​ໝັ້ນ​ຂອງ​ຫວຽດນາມ ຮຽກ​ຮ້ອງ​ທຸກ​ຝ່າຍ​ຕ້ອງ​ຮັບປະກັນ​ການ​ປະຕິບັດ​ຢ່າງ​ຄົບ​ຖ້ວນ ​ແລະ ປະສິດທິ​ຜົນ​ຮອບດ້ານ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ​ເພື່ອ​ແນ​ໃສ່​ກໍ່ສ້າງ, ຮັກສາ ​ແລະ ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ​​ແລະ​ກັນ; ບໍ​່ນາບ​ຂູ່​ນຳ​ໃຊ້​ອາ​ວຸດ; ບັນດາ​ຝ່າ​ຍຕ້ອງ​ແກ້​ໄຂຄວາມ​ແຕກ​​ໂຕນ​ກັນ ​ແລະ ການ​ຂັດ​ແຍ້​ງ​​ໂດຍ​ສັນຕິ​ວິທີ, ​ເຄົາລົບ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ສົນທິ​ສັນຍາ​ສະຫະ​ປະຊາ​ຊາດກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982; ສືບ​ຕໍ່​ເຈລະຈາ​​ເພື່ອ​ຮັບປະກັນ​ສ້າງ​ປະມວນ​ຂໍ້​ກຳນົດ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ຢ່າງ​ແທດ​ຈິ່ງ ​ແລະ ມີ​ປະສິດ​ທິຜົນ. ພ້ອມ​ທັງ​ຢຸດຕິ​ໂດຍ​ທັນທີ​ບັນດາ​ການ​ກະທຳ​ພຽງ​ລຳ​ຟັງ​ຝ່າຍ​ດຽວຈັດ​ວາງ, ນຳ​ໃຊ້​ກຳລັງ​ແຮງ​ເພື່ອ​ປ່ຽນ​​ແປງ​ສະພາບ​ເດີມ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

        ​ໃນ​ການ​ພົບ​ປະ​ເຈລະຈາ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ແລະ ທ່ານ​ເລຂາທິການ​​ໃຫຍ່ Ban Ki moon ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ເລື່ອງຫວຽດນາມ ​ເຂົ້າ​ຮ່ວມ​ສະໝັກ​ຮັບ​ເລືອກ​ຕັ້ງ​ໃນບັນດາ​ອົງການ​ຂອງ​ສະຫະ​ປະຊາ​ຊາດ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ