ນາຍົກລັດຖະມົນຕີຫງວຽນເຕີນຢຸງສົ່ງໂທລະເລກຢື້ຢາມຖາມຂ່າວເຫດເຮືອບິນທະຫານລາວຕົກ

ນາຍົກລັດຖະມົນຕີຫງວຽນເຕີນຢຸງສົ່ງໂທລະເລກຢື້ຢາມຖາມຂ່າວເຫດເຮືອບິນທະຫານລາວຕົກ - ảnh 1
(ພາບປະກອບ)

​​(vovworld) - ​ໂດຍ​ໄດ້​ຮັບ​ຂ່າວ​ວ່າ, ​ໃນ​ວັນ​ທີ 27/07/2015, ​ມີ​ເຮືອບິນ​​ທະ​ຫານເອລີກ​ອບ​ເຕີ​ Mi 17 ຂອງ​ລາວ​ ຖືກອຸບັດ​ຕິ​ເຫດຕົກ​ຢູ່​ທາງ​ທິດ​ເໜືອ​ຂອງ​ບ້ານ​ຫຼວງ​ພັນ​ໄຊ, ເມືອງລ່ອງແຈ້ງ, ແຂວງໄຊສົມບູນ, ​​ໃນ​ຂະນະ​ທີ່​ພວມບິນ​​​ຈາກນະຄ​ອນຫຼວງ​ວຽງ​ຈັນ ​ໄປ ຫຼວງ​ພະ​ບາງ​ຂອງ ລາວ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ​ນຢຸງ ​ໄດ້​ສົ່ງ​ໂທລະ​ເລກ​ຢື້​ຢາມຖາມ​ຂ່າວ​ເຖິງ​ທ່ານ​ນາຍົກລັດຖະມົນ​ຕີ​ລາວ ທອງ​ສິງ ທຳ​ມະ​ວົງ.

        ​ໃນ​ໂທລະ​ເລກ, ທ່ານ​ນາຍົກລັດຖະມົນ​ຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ສະ​​ແດງ​ຄວາມ​ເສົ້າ​ສະ​ຫຼົດ​ໃຈ​ເມື່ອ​ໄດ້​ຮັບ​ຂ່າວ​ກ່ຽວ​ກັບ​ອຸບັດ​ຕິ​ເຫດ​ເຮືອບິນ​ຕົກ; ພ້ອມ​ທັງ​ຕາງໜ້າ​ໃຫ້​ພັກ, ລັດຖະ​ບານ, ກອງທັບ ​ແລະ ປະຊາຊົນ​ຫວຽດນາມ ​ແບ່ງ​ເບົ່າ​ຄວາມ​ເສົ້າ​ສະ​ຫຼົດ​ໃຈ​ມາ​ຍັງ​ພັກ, ລັດຖະບານ, ກອງທັບ ​ແລະ ປະຊາຊົນ​ລາວ, ພ້ອມ​ກັບ​ຄອບຄົວ​ຂອງ​ບັນດາ​ພະນັກງານ, ນັກຮົບ​ທີ່​ຮັບ​ເຄາະ​ຮ້າຍ ຜ່ານ​ຜ່າ​ຄວາມສູນ​ເສຍ​​, ຄວາມ​ເຈັບ​ປວດ​ນີ້.

ຂ່າວ/ບົດ​ອື່ນ