ນາຍົກລັດຖະມົນຕີຫງວຽນເຕີນຢູ້ງເດີນທາງເຂົ້າຮ່ວມກອງປະຊຸມຂັ້ນສູງອາຊຽນຄັ້ງທີ26

ນາຍົກລັດຖະມົນຕີຫງວຽນເຕີນຢູ້ງເດີນທາງເຂົ້າຮ່ວມກອງປະຊຸມຂັ້ນສູງອາຊຽນຄັ້ງທີ26 - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ເຕີນ​ຢູ້ງ
(ພາບ​ປະ​ກອບ)

(vovworld) –  ວັນ​ທີ 26/4, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ເຕີນ​ຢູ້ງ ນຳ​ໜ້າ​ຄະ​ນະ​ຜູ້​ແທນ ຫວຽດ​ນາມ ເດີນ​ທາງ​ອອກ​ຈາກ ຮ່າ​ໂນ້ຍ, ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ຂັ້ນ​ສູງ ອາ​ຊຽນ ຄັ້ງ​ທີ 26 ຢູ່ ມາ​ເລ​ເຊຍ ແຕ່​ວັນ​ທີ​ 26 -27/4 ຕາມ​ຄ​ຳ​ເຊື້ອ​ເຊີນ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ມາ​ເລ​ເຊຍ Najib Tun Abdul Razak. ກອງ​ປະ​ຊຸມ​ຂັ້ນ​ສູງ ອາ​ຊຽນ ຄັ້ງ​ທີ 26 ແມ່ນກອງ​ປະ​ຊຸມ​ຂັ້ນ​ສູງ​ຄັ້ງ​ທຳ​ອິດ​ໃນ​ປີ​ເປັນປະ​ທານ ອາ​ຊຽນ 2015 ຂອງ ມາ​ເລ​ເຊຍ ດ້ວຍ​ຫົວ​ຂໍ້​ວ່າ “ປະ​ຊາ​ຊົນ​ຂອງ​ພວກ​ເຮົາ, ປະ​ຊາ​ຄົມ​ຂອງ​ພວກ​ເຮົາ, ວິ​ໄສ​ທັດ​ຂອງ​ພວກ​ເຮົາ”. ການ​ນຳ 10 ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ຈະ​ສຸ​ມ​ໃສ່​​ປຶກ​ສາ​ຫາ​ລືທິດ​ທາງ ແລະ ມາດ​ຕະ​ການ​ສືບ​ຕໍ່​ຊຸກ​ຍູ້​ການ​ເຊ​ື່ອມ​ຕໍ່ ອາ​ຊ​ຽນ, ປະ​ຕິ​ຮູບ​ກົງ​ຈັກ ແລະ ວິ​ທີ​ການ​ເຮັດ​ວຽກ, ບົດ​ບາດ​ພາກ​ພື້ນ​ຂອງ ອາ​ຊຽນ ແລະ ການ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ ອາ​ຊຽ​ນ. ຄາ​ດ​ວ່າ, ທີ່​ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ, ບັນ​ດາ​ການ​ນຳ​ຈະ​ພິ​ຈາ​ລະ​ນາ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ປະ​ຊາ​ຄົມ ອາ​ຊຽນ 2015, ວິ​ໄສ​ທັດ​ປະ​ຊາ​ຄົມ ອາ​ຊຽນ ຫຼັງ​ປີ 2015, ສະ​ພາບ​ການ​ຢູ່​ພາກ​ພື້ນ ແລະ ຢູ່​ໃນ​ໂລກ.

        ​ໂດຍເສີມ​ຂະ​ຫຍາຍບົດ​ບາດ​ເປັນ​ເຈົ້າ​ການ, ຕັ້ງ​ໜ້າ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ອາ​ຊຽນ, ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ນີ້​ເພື່ອ​ແນ​ໃສ່​ປະ​ກອບ​ສ່ວນ​ຊຸກ​ຍູ້ ອາ​ຊຽນ ເຊື່ອມ​ຕໍ່​ຢ່າງ​ແໜ້ນ​ແຟ້ນ​ກ່​ວາ, ເຄື່ອນ​ໄຫວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ກ່​ວາ, ປັບ​ປຸງ, ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ຄວາມ​ເປັນ​ເອ​ກະ​ພາບ ແລະ ບົດ​ບາດ​ສຳ​ຄັນ​ຂອງ ອາ​ຊຽນ, ພິ​ເສດ​ແມ່ນ​ໃນ​ການ​ຮັບ​ປະ​ກັນ​ສັນ​ຕິ​ພາບ, ຄວາມ​ສະ​ຫງົບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ຢູ່​ພາກ​ພື້ນ.


ຂ່າວ/ບົດ​ອື່ນ