ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບ ລັດຖະມົນຕີກະຊວງຍຸດຕິທຳລາວ ໄຊສີ ສັນຕິວົງ

(VOVWORLD) -ຕອນບ່າຍວັນທີ 10ທັນວາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານລັດຖະມົນຕີກະຊວງຍຸດຕິທຳລາວ ໄຊສີ ສັນຕິວົງ ຊຶ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຕີລາຄາສູງການຢ້ຽມຢາມ ກໍຄືໝາກຜົນແຫ່ງການເຈລະຈາລະຫວ່າງ 2 ກະຊວງຍຸດຕິທຳຫວຽດນາມ ແລະ ລາວ ພ້ອມກັບໝາກຜົນຮ່ວມມືລະອຽດທີ່ 2 ກະຊວງບັນລຸໄດ້ໃນຊຸມປີທີ່ຜ່ານມາ
ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບ ລັດຖະມົນຕີກະຊວງຍຸດຕິທຳລາວ ໄຊສີ ສັນຕິວົງ - ảnh 1

ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ລັດຖະມົນຕີກະຊວງຍຸດຕິທຳລາວ ໄຊສີ ສັນຕິວົງ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຊີ້ນຳ ກະຊວງຍຸດຕິທຳຫວຽດນາມ ຈົ່ງໃຫ້ການໜູນຊ່ວຍ ກະຊວງຍຸດຕິທຳລາວ ບໍ່ພຽງແຕ່ໃນຂັ້ນກະຊວງເທົ່ານັ້ນ, ຫາກຍັງຊ່ວຍເຫຼືອໃນຂັ້ນພະແນກຍຸຕິທຳຢູ່ທ້ອງຖິ່ນຕ່າງໆອີກດ້ວຍ.    ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ສະເໜີ 2 ກະຊວງໃນໄລຍະທີ່ຂະມາເຖິງ, ຈົ່ງປະຕິບັດຂໍ້ຕົກລົງ ລະຫວ່າງ 2 ລັດຖະບານທີ່ກ່ຽວຂ້ອງເຖິງຂົງເຂດຍຸຕິທຳ, ຍູ້ໄວຄວາມຄືບໜ້າໃນການປະຕິບັດໂຄງການ ODA ໜູນຊ່ວຍສະຖາບັນແຫ່ງຊາດລາວ ໂດຍນຳໃຊ້ທຶນຊ່ວຍເຫຼືອຂອງລັດຖະບານຫວຽດນາມ; ປະຕິບັດຂໍ້ຕົກລົງຮ່ວມມືໄລຍະ 2015-2020 ທີ່ໄດ້ລົງນາມ.

     ສ່ວນທ່ານລັດຖະມົນຕີກະຊວງຍຸດຕິທຳລາວ ໄຊສີ ສັນຕິວົງ ໄດ້ແຈ້ງໃຫ້ທ່ານ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຊາບກ່ຽວກັບຜົນສຳເລັດໃນການເຈລະຈາລະຫວ່າງ 2 ກະຊວງ ແລະ ຕິລາຄາສູງ ໂຄງການ ODA ຂອງຫວຽດນາມທີ່ໜູນຊ່ວຍ ກະຊວງຍຸດຕິທຳລາວໃນການບຳລຸງສ້າງພະນັກງານຂະແໜງຍຸຕິທຳ ແລະ ຢືນຢັນວ່າ , ໃນໄລຍະທີ່ຈະມາເຖິງ, 2 ກະຊວງຍຸດຕິທຳຂອງ 2 ປະເທດຈະສືບຕໍ່ຮ່ວມມື, ຊ່ວຍເຫຼືອກັນຢ່າງມີປະສີດທິຜົນ, ປະກອບສ່ວນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບແບບພິເສດລະຫວ່າງລາວ-ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ