ນາ​ຍົກ​ລັ​ດ​ຖະ​ມົນ​ຕ​ີ​ອັງ​ກິດ​ໃຫ​້​ຄ​ຳ​ໝັ​້ນ​ສັນ​ຍາ​ຈ​ະ​ນຳ​ຂໍ້​ຕົກ​ລົງ Brexit ອອກ​ປ່ອນບັດ​ໃນ 2 ອາ​ທິດ​ຈ​ະ​ມາ​ເຖິງ

(VOVWORLD) - ທ່ານນາງ ນາຍົກລັດຖະມົນຕີ ອັງກິດ Theresa May ໄດ້ໃຫ້ຄຳໝັ້ນສັນຍາວ່າຈະຍື່ນ ຂໍ້ຕົກລົງ Brexit ສະເໜີຕໍ່ສະພາຕ່ຳເພື່ອປ່ອນບັດຄັ້ງທີ 4 ພາຍໃນ 2 ອາທິດຈະມາເຖິງ ເພື່ອແນໃສ່ ແກ້ໄຂສະພາບຈົນຕາແຈກ່ອນທີ່ຈະດຳເນີນການເລືອກຕັ້ງລັດຖະສະພາ ເອີລົບ (EP) ໃນວັນທີ 23 ພຶດສະພາ.
ນາ​ຍົກ​ລັ​ດ​ຖະ​ມົນ​ຕ​ີ​ອັງ​ກິດ​ໃຫ​້​ຄ​ຳ​ໝັ​້ນ​ສັນ​ຍາ​ຈ​ະ​ນຳ​ຂໍ້​ຕົກ​ລົງ Brexit ອອກ​ປ່ອນບັດ​ໃນ 2 ອາ​ທິດ​ຈ​ະ​ມາ​ເຖິງ - ảnh 1 ທ່ານນາງ ນາຍົກລັດຖະມົນຕີ ອັງກິດ Theresa May (ພາບ:  THX/TTXVN)

ກ່າວຄຳເຫັນທີ່ການພົບປະກັບບັນດາສະມາຊິກລັດຖະສະພາຂອງພັກນິຍົມຮັກສາເດີມຂັ້ນສູງຢູ່ນະຄອນຫຼວງ ລອນດອນ, ໃນວັນທີ 8 ພຶດສະພາ, ທ່ານນາງ ນາຍົກລັດຖະມົນຕີ ອັງກິດ Theresa May ໄດ້ໃຫ້ຄຳໝັ້ນສັນຍາວ່າຈະຍື່ນ ຂໍ້ຕົກລົງ Brexit ສະເໜີຕໍ່ສະພາຕ່ຳເພື່ອປ່ອນບັດຄັ້ງທີ 4 ພາຍໃນ 2 ອາທິດຈະມາເຖິງ ເພື່ອແນໃສ່ ແກ້ໄຂສະພາບຈົນຕາແຈກ່ອນທີ່ຈະດຳເນີນການເລືອກຕັ້ງລັດຖະສະພາ ເອີລົບ (EP) ໃນວັນທີ 23 ພຶດສະພາ.

        ໃນການພົບປະຄັ້ງນີ້, ບັນດາສະມາຊິກລັດຖະສະພາໄດ້ຮັບຄຳເຕືອນກ່ຽວກັບຜົນກະທົບຂອງການເລືອກຕັ້ງ EP ຕໍ່ພັກ ນິຍົມຮັກສາເດີມ. ທ່ານນາງ May ກໍ່ໃຫ້ຮູ້ວ່າຈະມີການພົບປະກັບຜູ້ອຳນວຍການຝ່າຍບໍລິຫານ EP  ຄະນະກຳມະການ 1922 (ລວມມີ ບັນດາສາມະຊິກລັດຖະສະພາຂອງພັກນິຍົມຮັກສາເດີມທີ່ບໍ່ມີທີ່ນັ່ງໃນລັດຖະບານ) ເພື່ອປຶກສາຫາລືກ່ຽວກັບວິວັດທະນາການ Brexit ຂອງທ່ານນາງໃນໄລຍະຈະມາເຖິງ. ຕານການຕີລາຄາຂອງສື່ມວນຊົນທ້ອງຖິ່ນແລ້ວ, ຂໍ້ຕົກລົງ Brexit ຍາກທີ່ຈະຮັບການຮັບຮອງເອົາໃນການຍື່ນສະເໜີຄັ້ງນີ້.

ກ່ອນໜ້ານັ້ນ, ຂໍ້ຕົກລົງດັ່ງກ່າວຖືກປະຕິເສດຈາກສະພາຕ່ຳມາແລ້ງວ 3 ເທື່ອ, ບັງຄັບໃຫ້ທ່ານນາງ May ຕ້ອງຊອກຫາການຕົກລົງແກ້ໄຂກັບ ພັກຝ່າຍຄ້ານເພື່ອໃຫ້ໄດ້ບັດສະໜັບສະໜູນຕັ້ງຕື່ມອີກຈຳນວນໜຶ່ງ. ເຖິງຢ່າງໃດກໍ່ຕາມ, ມາຮອດປັດຈຸບັນຍັງບໍ່ມີສັນຍານໃດໆທີ່ສະແດງໃຫ້ເຫັນວ່າ ການເຈລະຈາ ລະຫວ່າງສອງ ພັກອາດຈະບັນລຸໄດ້ຂໍ້ຕົກລົງລວມ.

ຕອບກັບ

ຂ່າວ/ບົດ​ອື່ນ