ນາຍົກລັດຖະມົນຕີອອກຄຳສັ່ງຍູ້ແຮງສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່

ນາຍົກລັດຖະມົນຕີອອກຄຳສັ່ງຍູ້ແຮງສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່ - ảnh 1
(ພາບປະກອບ)

(vovworld) – ​ ​ ນາຍົກລັດຖະມົນຕີ ລັດຖະບານ ຫາ​ກໍ​ອອກ​ຄຳ​ສັ່ງກ່ຽວ​ກັບ​ການຍູ້​ແຮງ​ການ​ປະຕິບັດ​ແຜນ​ຮ່າງ​ສ້າງ​ໂຄງ​ປະກອບ​ຂະ​ແໜງ​ກະສິກຳ​ຄືນ​ໃໝ່ ຕາມ​ທິດ​ຍົກ​ສູງ​ມູນ​ຄ່າ​ເພີ່ມ​ ​ແລະ ພັດທະນາ​​ແບບ​ຍືຍຍົງ. ​ໃນ​ນັ້ນ ຮຽກຮ້ອງ​​ໃຫ້ປ່ຽນ​ໃໝ່​ການຈັດ​ຕັ້ງ​ການຜະລິດ​ຕາມ​ທິດ​ຮ່ວມ​ມື, ຮ່ວມ​ສຳພັນ​ຢ່າງ​ແໜ້ນ​​ແຟ້ນ ​ໃນ​ລະບົບ​ມູນ​ຄ່າ​ຈາກ​ການ​ຜະລິດ​ເຖິງ​ການ​ຈຳໜ່າຍລະຫວ່າງ​ຊາວ​ກະສິກອນ, ສະຫະກອນ, ກຸ່ມ​ຮ່ວມ​ມື​ກັບ​ວິ​ສາ​ຫະກິດ, ​ໃນ​ນັ້ນ ວິ​ສາ​ຫະກິດ​ມີ​ບົດບາດ​ແກ່ນສານ.

        ນາຍົກລັດຖະມົນຕີ ຮຽກຮ້ອງ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ, ປ່ຽນ​ໃໝ່ການ​ຈັດ​ຕັ້ງ​ການ​ຜະລິດ​ຕາມ​ທິດ​ຮ່ວມ​ມື, ຮ່ວມ​ສຳພັນ​ຢ່າງ​ແໜ້ນ​ແຟ້ນ ​ໃນ​ລະບົບ​ມູນ​ຄ່າ​ຈາກ​ການ​ຜະລິດ​ເຖິງ​ການ​ຈຳໜ່າຍລະຫວ່າງ​ຊາວ​ກະສິກອນ, ສະຫະກອນ, ຫົວໜ່ວຍ​ຮ່ວມ​ມື​ກັບ​ວິ​ສາ​ຫະກິດ, ​ໃນ​ນັ້ນ​ວິ​ສາ​ຫະ​ກິດມີ​ບົດບາດ​ແກ່ນສານ; ​ເພີ່ມ​ທະວີ​ການ​ໜູນ​ໃຊ້​ຄວາມ​ກ້າວໜ້າ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ​​ເຂົ້າໃນ​ກະສິກຳ. ຄຽງ​ຂ້າງ​ນັ້ນ, ສືບ​ຕໍ່​ປະຕິບັດ​ບຳລຸງ​ສ້າງ​ວິຊາຊີບ​ໃຫ້​ຊາວ​ກະສິກອນ, ​ເພີ່ມ​ທະວີ​ນັກ​ປັນຍາ​ຊົນ​ໜຸ່ມ​ໃຫ້​ສະຫະກອນ​ກະສິກຳ; ສ້າງ​ໂຄງ​ປະກອບ​ກະສິກຳ​ຄືນ​ໃໝ່ຕິດ​ພັນ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່.

       

ຂ່າວ/ບົດ​ອື່ນ