ນາຍົກລັດຖະມົນຕີອະນຸມັດຜ່ານໂຄງການຈຸດໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່ໄລຍະ2016-2020

ນາຍົກລັດຖະມົນຕີອະນຸມັດຜ່ານໂຄງການຈຸດໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່ໄລຍະ2016-2020 - ảnh 1
(ພາບ​ປະ​ກອບ)

(vovworld) - ໂຄງ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ມີ​​ຈຸດໝາຍ​ລວມ​ແມ່ນ: ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ເພື່ອ​ຍົກ​ສູງ​ຊີ​ວິດ​​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈໃຫ້​ແກ່​ປະ​ຊາ​ຊົນ; ມີ​ພື້ນ​ຖານ​ໂຄງ​ລ່າງ​ເສດ​ຖະ​ກິດ - ສັງ​ຄົມ​ທີ່​ເໝາະ​ສົມ; ​ມີໂຄງ​ປະ​ກອບ​ເສດ​ຖະ​ກິດ ແລະ ບັນ​ດາ​ຮູບການຈັດ​ຕັ້ງ​ການ​ຜະ​ລິດ​ໃຫ້​ເໝາະ​ສົມ, ​ພັດ​ທະ​ນາ​ກະ​ສິ​ກຳຕິດ​ພັນ​ກັບ​ອຸ​ດສາ​ຫະ​ກຳ; ການ​ບໍ​ລິ​ການ; ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ຕິດ​ພັນ​ກັບ​ຕົວ​ເມືອງ; ສັງ​ຄົມ​ຊົນ​ນະ​ບົດອະ​ທິ​ປະ​ໄຕ, ສະ​ເໝີ​ພາບ, ສະ​ຖຽນ​ລະ​ພາບ, ມີ​ສີ​ສັນ​ວັດ​ທະ​ນະ​ທຳ​ຂອງ​ຊາ​ດ​ຫຼາຍ​ຢ່າງ; ການ​ປ້ອງ​ກັນ​ຊາດ ແລະ ປ້ອງ​ກັນ​ຄວາມ​ສະ​ຫງົບ​ໄດ້​ຮັບ​ການ​ຮັກ​ສາ​ໄວ້​ຢ່າງໝັ້ນ​ຄົງ… ໂຄງ​ການໄດ້ກໍ່​ວາງ​ຄາດໝາຍ​ລະ​ອຽ​ດ​ຮອດ​ປີ 2020 ຈຳນວນ​ຕາ​ແສງ​ບັນ​ລຸ​​ມາດຕະ​ຖານ​ຊົນ​ນະ​ບົດ​ໃໝ່ບັນ​ລຸ​ປະ​ມານ 50% ; ສົ່​ງ​ເສີມ​ແຕ່​ລະ​ແຂວງ, ນະ​ຄອນ​ຂຶ້ນ​ກັບ​ສູນ​ກາງ ສູ້​ຊົນ​ຢ່າງ​ນ້ອຍ​ສຸດ​ມີ​ 1 ເມືອງບັນ​ລຸ​ມາ​ດ​ຖານ​ຊົນ​ນະ​ບົດ​ໃໝ່. ຄິດ​ສະ​ເລ່ຍ​ທົ່​ວ​ປະ​ເທດ​ບັນ​ລຸ 15 ມາດ​ຕະ​ຖານ/ຕາ​ແສງ; ທົ່ວ​ປະ​ເທດບໍ່​ມີ​ຕາ​ແສງໄດ້​ບັນ​ລຸ​ ຕ່ຳ​ກວ່າ 5 ມາດ​ຕະ​ຖານ. ສ້າງ​​ສຳ​ເລດບັນ​ດາ​ກິດຈະ​ກຳ​ທີ່​ຈຳ​ເປັນ​​ໂດຍ​ພື້ນ​ຖານ ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ພັດ​ທະ​ນາ​ການ​ຜະ​ລິດ ແລະ ຊີ​ວິດ​ການ​ເປັນ​ຢູ່​ຂ​ອງ​ປະ​ຊາ​ຊົນ​ເຂດ​ຊົນ​ນະ​ບົດຄື; ທາງ​ຄົມ​ມະ​ນາ​ຄົມ, ໄຟ​ຟ້າ, ນ້ຳ​ສະ​ອາດ, ໂຮງ​ຮຽ​ນ​, ສຸກ​ສາ​ລາ​ຕາ​ແສງ. ຍົກ​ສູງ​ຄຸນ​ນະ​ພາບ​ຊີ​ວິດ​ການ​ເປັນ​ຢູ່​ຂອ​ງ​ປະ​ຊາ​ຊົນ​ເຂດ​ຊົນ​ນະ​ບົດ; ສ້າງບັນ​ດາ​ຮູບ​ແບບການ​ຜະ​ລິດ ຕິດ​ພັນ​ກັບ​ວ​ຽກ​ເຮັດ​ງານ​ທຳ​ເປັນ​ປົກ​ກະ​ຕິໃຫ້​ປະ​ຊາ​ຊົ​ນ, ລາຍ​ຮັບ​ເພີ່ມ​ຂຶ້ນຢ່າງ​ໜ້ອຍ​ສຸດ 1,8 ເທົ່າ​ເມື່ອ​ທຽບ​ໃສ່​ປີ 2015.

ຂ່າວ/ບົດ​ອື່ນ