ນາຍົກລັດຖະມົນຕີຮຸງກາຣີສິ້ນສຸດການຢ້ຽມຢາມຫວຽດນາມຢ່າງເປັນທາງການ

(VOVWORLD) -ວັນທີ 26 ກັນຍາ, ທ່ານນາຍົກລັດຖະມົນຕີຮຸງກາຣີ Orbán Viktor ໄດ້ສິ້ນສຸດການຢ້ຽມຢາມຫວຽດນາມ ເປັນທາງການຢ່າງຈົບງາມ ໃນລະຫວ່າງວັນທີ 24 – 26 ກັນຍາ, ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ.

ນາຍົກລັດຖະມົນຕີຮຸງກາຣີສິ້ນສຸດການຢ້ຽມຢາມຫວຽດນາມຢ່າງເປັນທາງການ - ảnh 1(ນາຍົກລັດຖະມົນຕີ 2 ທ່ານເປັນສັກຂີພິຍານພິທີລົງນາມ

ໃນບັນດາເອກະສານຮ່ວມມືລະຫວ່າງ 2 ປະເທດ)

ໃນຂອບເຂດການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ Orbán Viktor ໄດ້ມີການເຈລະຈາກັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ; ພົບປະເຈລະຈາກັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ; ທ່ານປະທານປະເທດ ເຈີນດ້າຍກວາງ; ທ່ານນາງປະທານສະພາແຫ່ງຊາດ ຫວຽນທິກິມເງິນ…

ທີ່ບັນດາການພົບປະເຈລະຈາ, 2 ຝ່າຍໄດ້ເຫັນດີຕັ້ງໜ້າຜັນຈະຫຍາຍບັນດາໝາກຜົນທີ່ບັນລຸໄດ້ໃນກອງປະຊຸມຄັ້ງທີ 7 ຂອງຄະນະກຳມະການ, ເຊິ່ງດຳເນີນຢູ່ Budapest ໃນເດືອນ ມີນາ 2017. 2 ຝ່າຍເຫັນດີເພີ່ມທະວີການທາບທາມຄວາມເຫັນ ແລະ ສົມທົບກັນຢູ່ບັນດາອົງການຈັດຕັ້ງ, ເວທີປາໄສສາກົນ ແລະ ພາກພື້ນ, ພິເສດແມ່ນສະຫະປະຊາຊາດ, ເວທີປາໄສອາຊີ - ເອີລົບ,  ບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ…

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ Orbán Viktor ໄດ້ຈັດກອງປະຊຸມຂ່າວ ແລະ ອອກຖະແຫຼງການຮ່ວມຫວຽດນາມ - ຮຸງກາຣີ ແລະ ເປັນສັກຂີພິຍານພິທີລົງນາມໃນບັນດາເອກະສານຮ່ວມມືລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ