ນາຍົກລັດຖະມົນຕີເຂົ້າຮ່ວມແລຊີ້ນຳກອງປະຊຸມໃຫຍ່ຄັ້ງທີ X, ສະພາກາແດງ ຫວຽດນາມ

(VOVWORLD) -ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ສະພາກາແດງ ຫວຽດນາມ ໄດ້ດຳເນີນໃນຕອນເຊົ້າວັນທີ 16 ສິງຫາ, ຢູ່ຮ່າໂນ້ຍ.

ນາຍົກລັດຖະມົນຕີເຂົ້າຮ່ວມແລຊີ້ນຳກອງປະຊຸມໃຫຍ່ຄັ້ງທີ X, ສະພາກາແດງ ຫວຽດນາມ - ảnh 1(ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ

ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່)

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ ສະພາກາແດງ ຫວຽດນາມ ເອົາໃຈໃສ່ເປັນພິເສດເຖິງການຍົກສູງກຳລັງຄວາມສາມາດຂອງພະນັກງານທຸກຂັ້ນ.

        “ສະພາກາແດງ ຫວຽດນາມ ສືບຕໍ່ປັບປຸງ ແລະ ພັດທະນາອົງການຈັດຕັ້ງໃຫ້ມີຄວາມເຂັ້ມແຂງ, ເປັນຕົ້ນແມ່ນຢູ່ຮາກຖານ, ເສີມຂະຫຍາຍບົດບາບດເປັນຂົວຕໍ່, ປະສານງານຂອງສະພາກາແດງໃນການເຄື່ອນໄຫວມະນຸດສະທຳ ປະກອບສ່ວນເຮັດໃຫ້ການເຄື່ອນໄຫວມະນຸດສະທຳໄດ້ຮັບການຄຸ້ມຄອງຢ່າງຮັດກຸມ, ໂປ່ງໃສ, ຍຸດຕິທຳ ແລະ ບັນລຸປະສິດທິຜົນສູງ. ສືບຕໍ່ປ່ຽນແປງໃໝ່ການເຄື່ອນໄຫວຂອງສະພາກາແດງຕາມທິດອີງໃສ່ປະຊາຄົມ, ຕິດພັນກັບປະຊາຊົນ, ກຳແໜ້ນເປົ້າໝາຍທີ່ປະສົບກັບຄວາມຫຍຸ້ງຍາກ ເພື່ອເຄື່ອນໄຫວຊ່ວຍເຫຼືອໂດຍກົງ, ແທດຈິງ, ໝັ້ນຄົງ ແລະ ຖືກຕາມເປົ້າໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ