ນາຍົກລັດຖະມົນຕີເປັນປະທານກອງປະຊຸມປຶກສາຫາລືກ່ຽວກັບມາດຕະການແກ້ໄຂຊຸກຍູ້ການຜະລິດດຳເນີນທຸລະກິດ

(VOVWORLD) -ຕອນເຊົ້າວັນທີ 18 ມີນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເປັນປະທານກອງປະຊຸມເຊິ່ງໄດ້ພ້ອມກັບບັນດາຮອງນາຍົກລັດຖະມົນຕີ ປຶກສາຫາລືກັບບາງກະຊວງ, ຂະແໜງການ ແລະ ບາງທ້ອງຖິ່ນ ກ່ຽວກັບຈຸດສຸມເສດຖະກິດ ປຶກສາຫາລືກ່ຽວກັບມາດຕະການແກ້ໄຂເພື່ອຊຸກຍູ້ການຜະລິດ, ດຳເນີນທຸລະກິດ.

ນາຍົກລັດຖະມົນຕີເປັນປະທານກອງປະຊຸມປຶກສາຫາລືກ່ຽວກັບມາດຕະການແກ້ໄຂຊຸກຍູ້ການຜະລິດດຳເນີນທຸລະກິດ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ

(ພາບປະກອບ)

ເຖິງໄດ້ຕີລາຄາວ່າ ເສດຖະກິດໃນເດືອນມັງກອນ, ກຸມພາ ບັນລຸໄດ້ໝາກຜົນທີ່ດີກໍ່ຕາມ, ແຕ່ທ່ານນາຍົກລັດຖະມົນຕີຍັງຖືວ່າ ເສດຖະກິດຍັງປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຢູ່. ສ່ວນຢູ່ໃນໂລກ, ສະພາບການສົງຄາມການຄ້າເກີດຂຶ້ນຢ່າງສັບສົນ, ເລື່ອງ Brexit ຂອງອັງກິດ… ໄດ້ສົ່ງຜົນສະທ້ອນເຖິງສະພາບການຢູ່ພາຍໃນປະເທດ. ສ່ວນຢູ່ພາຍໃນປະເທດ, ດິນຟ້າອາກາດບໍ່ເອື້ອອຳນວຍຄວາມສະດວກ, ໂດຍສະເພາະແມ່ນສະພາບແຫ້ງແລ້ງຢູ່ພາກໃຕ້ ແລະ ເຂດໄຕງວຽນ; ພິເສດແມ່ນສະພາບການຊີ້ນຳການຜະລິດດຳເນີນທຸລະກິດຢຸດສະງັກຢູ່ບາງທ້ອງຖິ່ນ, ຂະແໜງຈຸດສຸມ, ລວມທັງຂົງເຂດຂຶ້ນກັບລັດ ແລະ ພາກເອກະຊົນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊີ້ນຳບັນດາກະຊວງ, ຂະແໜງການ ຕ້ອງສຸມໃສ່ປຶກສາຫາລືກ່ຽວກັບວິທີການແກ້ໄຂ, ມີມາດຕະການຊີ້ນຳຢ່າງຂ້ຽວຂາດກວ່າ, ນຳພື້ນຖານເສດຖະກິດຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ ເພື່ອປະຕິບັດສຳເລັດຢ່າງຮອບດ້ານ ແລະ ລື່ນກາຍແຜນການ 2019, ກ່ອນອື່ນໝົດແມ່ນການເຕີບໂຕ GDP…

ຕອບກັບ

ຂ່າວ/ບົດ​ອື່ນ