ນາໂຕປຶກສາຫາລືກ່ຽວກັບບັນດາການທ້າທາຍສຳລັບພັນທະມິດການທະຫານນີ້

ນາໂຕປຶກສາຫາລືກ່ຽວກັບບັນດາການທ້າທາຍສຳລັບພັນທະມິດການທະຫານນີ້ - ảnh 1
ພາບປະກອບ

(vovworld) –  ວັນ​ທີ 28/5, ອົງການ​ນາ​ໂຕ ​ໄດ້​ໂຮມ​ປະຊຸມ​ຢູ່​ນະຄອນ Tirana ຂອງ Albania ​ເພື່ອ​ປືກສາ​ຫາລື​ກ່ຽວ​ກັບ​ວິທີ​ຮັບ​ມື​ຂອງພັນ​ທະ​ມິ​ດການ​ທະຫານ​ນີ້​ກັບ​ບັນດາ​ສິ່ງ​ທ້າ​ທາຍ​ຕ່າງໆ​ກ່ອນ​ທີ່​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ຂອງ​ພັນ​ທະ​ມິດ​ການ​ທະຫານ​ນີ້​ໃນ​​ເດືອນ 7 ຈະ​ມາ​ເຖິງ. ຫຼັກ​ໝັ້ນ​ແຂງ​ກະດ້າງ​ນີ້​ຂອງ ລັດ​ເຊຍ ສຳລັບ ຢູ​ແກຼນ, ລັດທິ​ກໍ່​ການ​ຮ້າຍ ​ແລະ ວິ​ກິດ​ການ​​ອົບ​ພະຍົບ​ແມ່ນ​ບັນດາ​ຫົວ​ຂໍ້​ຕົ້ນຕໍ​ໄດ້​ນຳ​ມາ​ປຶກສາ​ຫາລື​ໃນ​ວາລະ​ປະຊຸມ​ຄັ້ງ​ນີ້. ຕາມ​ຮ່າງ​ຖະ​ແຫຼ​ງການ​ຂອງ​ກອງ​ປະຊຸມ, ສະພາ​ຈະ​ເຫັນ​ດີ​ເປັນ​ເອກະສັນ​ກະຕຸກ​ຊຸກ​ຍູ້​ບັນດາ​ການນຳ​ພັນ​ທະ​ມິດ​ເພີ່ມ​ທະວີ​ຄວາມ​ສາມາດ​ປ້ອງ​ກັນ​ຕົວ ​ແລະ ນາບ​ຂູ່​ລວມໝູ່, ພັດທະນາ​ຍຸດ​ທະ​ສາດ​ຮອບດ້ານ​ເພື່ອ​ແນ​ໃສ່​ຊຸກຍູ້​​ສະຖຽນ​ລະ​ພາບ​ຢູ່ ອາບຟຣີກາ​ເໜືອ ​ແລະ ຕາ​ເວັນ​ອອກ​ກາງ, ພ້ອມ​ທັງ​ຮັບປະກັນ​ວ່າ​ບັນດາປະ​ເທດພັນທະ​ມິດ​ທັງ​ໝົດລ້ວນ​ແຕ່​ຕອບ​ສະໜອງ​ໄດ້ຈຸດໝາຍ​ຄາດ​ໃຊ​້ຈ່າຍໝາຍ​ການ​ທະຫານ​ ​ ​ແລະ ຊຸ​ກຍູ້​ການ​ຮ່ວມ​ມື​ກັບ​ພັນທະ​ມິດ ​ເອີ​ລົບ.

ຂ່າວ/ບົດ​ອື່ນ