ນາໂຕປະກາດທິດທາງໃໝ່ກ່ອນທີ່ຈັດກອງປະຊຸມສຸດຍອດ

ນາໂຕປະກາດທິດທາງໃໝ່ກ່ອນທີ່ຈັດກອງປະຊຸມສຸດຍອດ - ảnh 1

ພາບປະກອບ

(vovworld) – ວັນ​ທີ 1/9, ທ່ານ​ເລຂາທິການ​ໃຫຍ່​ອົງການ ນາ​ໂຕ Anders Fogh Rasmussen ປະກາດ​ວ່າ: ນາ​ໂຕ ຈະ​ປະຕິບັດ​ບົດ​ບັນທຶກ​ຮ່ວມ​ມື​ກັບ ລັດ​ເຊຍ ​ແຕ່​ຈະ​ສ້າງ​​ແຜນກາ​ນ​ເຄື່ອນ​ໄຫວ​​ເພື່ອ​ກຽມພ້ອມ​ປົກ​ປ້ອງ​ບັນດາ​ປະ​ເທດ​ສະມາຊິກ​ຕໍ່ໜ້າ​ໄພນາບຂູ່​ຈາກ​ປະ​ເທດ ​ເອີ​ລົບ​ຕາ​ເວັນ​ອອກ​ນີ້. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ຢູ່​ນະຄອນຫຼວງ ບຣຸກ​ແຊນ, ປະ​ເທດ ​ແບນ​ຊິກ, ທ່ານ Rasmussen ​ໃຫ້​ຮູ້​ວ່າ: ທີ່​ກອງ​ປະຊຸມ​ສຸດຍອດ​ຈະ​ມາ​​ເຖິງ, ການ​ນຳ ນາ​ໂຕ ຈະ​​ຮັບຮອງ​ເອົາ​ເລື່ອງ​ສ້າງ​ຕັ້ງ “ແຜນການ​ເຄື່ອນ​ໄຫວກຽມ​ພ້ອມ​” ນີ້​ເພື່ອ​ແນ່​ໃສ່​ຜັນ​ຂະຫຍາຍ​ກຳລັງ ​ແລະ ອຸປະກອນ​ທີ່​​ເໝາະ​ສົມ​ຢູ່​ສະຖານທີ່​ຕ່າງໆ​​ໃນ​ໄລຍະ​ເວລາ​ເໝາະ​ສົມ. ທ່ານ​ເນັ້ນ​ໜັກ​ວ່າ: ນາ​ໂຕ ບໍ່​ຢາກ​ບຸກ​ໂຈມ​ຕີ​ບໍ່​ວ່າ​ປະ​ເທດ​ໃດ​ ​ແຕ່​ບັນດາ​ໄພ​ນາບ​ຂູ່​ນັບ​ມື້​ນັບ​ປະກົດ​ອອກຢ່າງ​ຈະ​ແຈ້ງ ​ເຮັດ​ໃຫ້ ນາ​ໂຕ ຕ້ອງ​ເຄື່ອນ​ໄຫວ​ເພື່ອ​ປົກ​ປ້ອງບັນດາປະ​ເທດ​ສະມາ​ຊິກຂອງ​ຕົນ. ກຳລັງ​ໃໝ່​ຈະ​ລວມມີພົນ​ທະຫານ​ນັບ​ພັນ​ຄົນ ທີ່​ບັນດາ​ປະ​ເທດ​ສະມາ​ຊິກປະກອບສ່ວນ​ຕາມ​ກົນ​ໄກ​ພັດ​ປ່ຽນ​ກັນ, ​ໂດຍ​ກອງທັບ​ອາກາດ ​ແລະ ກອງທັບ​ເຮືອ​ຊ່ວຍ​ໜູນ. ນີ້​ຈະ​ແມ່ນ​ກຳລັງ​ປາຍ​ແຫຼມ​ເພື່ອ​ໃຫ້ ນາ​ໂຕ​ອາດ​ສາມາດ​ຜັນ​ຂະຫຍາຍ​ໃນ​ຮອບ​ເວລາ​ແຕ່ 2 ຫາ 3 ວັນ​ຢູ່​ບໍ່​ວ່າ​ສະຖານ​ທີ່​ໃດ​ໃນ​ຜືນ​ແຜ່ນດິນ​ຂອງ​ບັນດາ​ປະ​ເທດ​ພັນທະ​ມິດ​ຖືກ​ນາບ​ຂູ່.

ຂ່າວ/ບົດ​ອື່ນ