ນຳ “ງານປະກວດສຽງເພງອາຊຽນ + 3” ເຂົ້າ​ໃກ້​ກັບ​ມະ​ຫາ​ຊົນ ອາ​ຊຽນ

(VOVWORLD) -ງານປະກວດສຽງເພງອາຊຽນ + 3 ປີ 2019 ຈະດຳເນີນໃນລະຫວ່າງວັນທີ 16 – 29 ກໍລະກົດ ຢູ່ນະຄອນ ຮ້າລອງ (ກ໋ວາງນິງ) ໂດຍມີການສົມທົບກັນຈັດຕັ້ງລະຫວ່າງ ວິທະຍຸກະຈາຍສຽງ ຫວຽດນາມ ແລະ ຄະນະກຳມະການປະຊາຊົນແຂວງ ກ໋ວາງນິງ.

ງານປະກວດຈັດຕັ້ງຂຶ້ນເພື່ອແນໃສ່ເພີ່ມທະວີຄວາມຮູ້, ການພົບປະແລກປ່ຽນວັດທະນະທຳລະຫວ່າງ ຫວຽດນາມ ແລະ ບັນດາປະເທດອື່ນໆ, ພ້ອມທັງສ້າງການແຂ່ງຂັນ, ຊອກຫາ ແລະ ໜູນຊ່ວຍບັນດານັກຮ້ອງໜຸ່ມທີ່ມີຄວາມເກັ່ງກ້າສາມາດໃນປະຊາຄົມອາຊຽນ ແລະ ພາກພື້ນ.

        ງານປະກວດໄດ້ຮັບຄວາມສົນໃຈຈາກມະຫາຊົນ ແລະ ການສື່ສານ ອາຊຽນ, ພ້ອມກັນນັ້ນແມ່ນການໜູນຊ່ວຍຈາກບັນດາອົງການທຸຕານຸທູດຂອງບັນດາປະເທດອາຊຽນປະຈຳ ຮ່າໂນ້ຍ. ທ່ານ Ibnu Hadi ເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ:

        “ງານປະກວດສຽງ ອາຊຽນ + 3 ແມ່ນເຫດການທີ່ມີຄວາມສຳຄັນທີ່ສຸດ ແລະ ຂ້າພະເຈົ້າປາດຖະໜາວ່າ VOV ຈະສືບຕໍ່ຈັດຕັ້ງເຫດການນີ້ໃນຊຸມປີຈະມາເຖິງ, ເພື່ອ ອາດຈະສະຫງວນກາລະໂອກາດໃຫ້ແກ່ນັກຮ້ອງຂອງບັນດາປະເທດ ອາຊຽນ ທີ່ມີການແຂ່ງຂັນເປັນປະຈຳ, ອິນໂດເນເຊຍ ເວົ້າລວມ ແລະ ສະຖານທູດ ອິນໂດເນເຊຍ ປະຈຳ ຮ່າໂນ້ຍ ເວົ້າສະເພາະຍາມໃດກໍ່ສະໜັບສະໜູນຈົນສຸດຄວາມສາມາດຂອງຕົນຕໍ່ແນວຄວາມຄິດຈັດຕັ້ງຂອງ VOV”.

        ງານປະກວດສຽງເພງອາຊຽນ + 3 ປີ 2019 ໄດ້ອອກອາກາດສົດໃນບັນດາຊ່ອງໂທລະພາບ ແລະ ວິທະຍຸກະຈາຍສຽງ ຂອງ ສະຖານີວິທະຍຸກະຈາຍສຽງ ຫວຽດນາມຄື: ຊ່ອງໂທລະພາບ ຫວຽດນາມ Journey, VTC, VOV3 ແລະ ຊ່ອງພາກພາສາອັງກິດ FM24/7 ຂອງ VOV5.

ຕອບກັບ

ຂ່າວ/ບົດ​ອື່ນ