ນຳການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສິງກະໂປແລະຫວຽດນາມໃຫ້ພັດທະນາຂຶ້ນສູ່ລະດັບສູງໃຫມ່

ນຳການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສິງກະໂປແລະຫວຽດນາມໃຫ້ພັດທະນາຂຶ້ນສູ່ລະດັບສູງໃຫມ່ - ảnh 1
(​ທ່ານ​ປະ​ທາ​ນ​ປະ​ເທດ​ເຈີນ​ດ້າຍກວາງ
ເຈ​ລະ​ຈາ​ກັບ​ປະ​ທາ​ນາ​ທິ​ບໍ​ດີ Tony Tan Keng Yam)


(vovworld)- ຕອນ​ເຊົ້າ​ວັນ​ທີ 29/8, ພາຍ​ຫລັງ​ພິ​ທີ​ຕ້ອນ​ຮັບ​ທ່ານ​ປະ​ທານ​ປະ​ເທດ​ເຈີນດ້າຍກວາງ ແລະ ພັນ​ລະ​ຍາ, ທ່ານ​ປະ​ທາ​ນ​ປະ​ເທດ​ເຈີນ​ດ້າຍກວາງ ໄດ້​ເຈ​ລະ​ຈາ​ກັບ​ປະ​ທາ​ນາ​ທິ​ບໍ​ດີ Tony Tan Keng Yam. ທີ່​ການ​ເຈ​ລະ​ຈາ, ປະ​ທາ​ນາ​ທິ​ບໍ​ດີ ສິງ​ກະ​ໂປ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ການ​ຢ້ຽມ​ຢາມ​ຈະ​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ, ປະ​ກອບ​ສ່ວນ​ສຳ​ຄັນ ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາ​ດ​ລະ​ຫວ່າງ​ສິງ​ກະ​ໂປ ແລະ ຫວຽດ​ນາມ ພັດ​ທະ​ນາ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃຫມ່. ປະ​ທາ​ນາ​ທິ​ບໍ​ດີ Tony Tan Keng Yam ຢືນ​ຢັນ: ວິ​ສາ​ຫະ​ກິດ ສິງ​ກະ​ໂປ ມີ​ຄວາມ​ພຶງ​ພໍ​ໃຈ​ກ່ຽວ​ກັບ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີ​ນ​ທຸ​ລະ​ກິ.ດ ແລະ ການ​ລົງ​ທຶນ​ຢູ່​ຫວຽດ​ນາມ ແລະ ຈະ​ສືບ​ຕໍ່​ເປີດກວ້າງ​ການ​ພົວ​ພັນ​ຮ່ວມ​ມື​ເສດ​ຖະ​ກິດ​ກັບ​ຫວຽດ​ນາມ. ທ່ານ​ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງ ຢືນ​ຢັນ​ນະ​ໂຍ​ບາຍ​ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ​ຂອງ​ຫວຽດ​ນາມ ແມ່ນ​ຖື​ເປັນ​ສຳ​ຄັນ ແລະ ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ​ສິງ​ກະ​ໂປ​ນັບ​ມື້​ນັບ​ມີ​ປະ​ສິດ​ທິ​ຜົນ.

     ການ​ນຳ 2 ທ່ານ​ໄດ້​ແລກ​ປ່ຽນ​​ກ່ຽວ​ກັບ​ສະ​ພາບ​ການ​ຂອງ​ພາກ​ພື້ນ ແລະ ສາ​ກົນຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ, ເຫັນ​ດີ​ຈະ​ສືບ​ຕໍ່ສົມ​ທົບ​ກັນ ແລະ ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ຢູ່​ບັນ​ດາ​ເວ​ທີ​ປາ​ໄສ​ພາກ​ພື້ນ ແລະ ສາ​ກົນ. 2 ຝ່າຍ​ເຫັນ​ດີຊຸກ​ຍູ​້​ການ​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ ແລະ ຮັກ​ສາ​ບົດ​ບາດ​ໃຈ​ກາ​ງ​ຂອງ​ອາ​ຊຽນ ໃນ​ໂຄງ​ປະ​ກອບຄວາມ​ໝັ້ນ​ຄົງ​ຢູ່​ພາກ​ພື້ນ. 2 ຝ່າຍ​ຢືນ​ຢັນ​ຫຼັກ​ໝັ້ນ​ລວມ​ຂອງ​ອາ​ຊຽນ ໃນ​ການ​ແກ້​ໄຂ​ບັນ​ດາ​ການ​ຂັດ​ແຍ້ງ​ຢູ່​ພາກ​ພື້ນ, ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຄວາມ​ໝັ້​ນ​ຄົງ​ຢ​ູ່​ທະ​ເລ​ຕາ​ເວັຍ​ນ​ອອກ; ຫັນ​ດີ​ຊຸກ​ຍູ້​ການ​ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກໂດຍ​ສັນ​ຕິ​ວິ​ທີ; ພ້​້ອມ​ກັ​ບ​ຝ່າຍ​ຕ່າງໆປະ​ຕິ​ບັດຖະ​ແຫຼງ​ການ​ວ່າ​ດ້ວຍການປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ຄົບ​ຖ້ວນ ແລະ ມີ​ປະ​ສິດ​ທິ​ຜົນ, ບັນ​ລຸ​ໄດ້ກົດແຫ່ງ​ການ​ປະ​ພຶດ​ຂອງ​​ບັນ​ດາຝ່າຍຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ໂດຍ​ໄວ.

        ແລະ​ກ​ໍ​ໃນ​ຕອນ​ເຊົ້າ​ວັນ​ທີ 29/08, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ແລະ ພັນ​ລະ​ຍາ ໄດ້​ໄປ​ວາງ​ພວງ​ມາ​ລາ​ຢູ່ອະ​ນຸ​ສາ​ວະ​ລີ​ປະ​ທານ​ໂຮ່​ຈິ​ມິນ ໃນ​ສວນ​ສາ​ທາ​ລະ​ນະ ຕໍ່​ໜ້າ​ຫໍ​ພິ​ພິດ​ຕະ​ພັນ​ ສີ​ວິ​ໄລ​ອາ​ຊີ.

ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ພາບ ​ຄວນ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ ​ຄະ​ນະ​ຜູ​້​ແທນ​ຂັ້ນ​ສູງ ແລະ ທຸກ​ຂັ້ນ ເພື່ອ​ແນ​ໃສ່​ຊຸກ​ຍູ້​ບັນ​ດາ​ການ​ຮ່ວມ​ມື​ລະ​ອຽດ ຂອງ​ແຕ່​ລະ​ຂະ​ແໜງ ແລະ ແຕ່​ລະ​ຂົງ​ເຂດ.  ທ່ານ ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ຕີ​ລາ​ຄາ​ສູງ ການທີ່​ສິງ​ກະ​ໂປ ຍາມ​ໃດ​ກໍ່​ເປັນ​ຄູ່​ຮ່ວມ​ມື​ການ​ຄ້າ ແລະ ການ​ລົງ​ທຶນ ແຖວ​ໜ້າ​ ຂອງ​ຫວຽດ​ນາມ ໃນຫຼາຍ​ປີ​ຜ່ານ​ມາ. ສອງ​ຝ່າຍ ກໍ່​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ ໃນ​ບັນ​ດາ​ຂົ​ງ​ເຂດ​ອື່ນໆ​ເຊັ່ນ: ​ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ການ​ສຶກ​ສ​າ, ທ່ອງ​ທ່ຽວ, ວັດ​ທະ​ນະ​ທຳ, ການ​ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ.

        ໃນ​ວັນ​ດຽວ​ກັນ, ທ່ານ ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ໄດ້​ພົບ​ປະ​​ແລ​ກ​ປ່ຽນ​ຄວາມ​ເຫັນ​ກັບ​ ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫຼີຊຽນ​ຫລົງ. ​ ທ່ານ ຫຼີຊຽນ​ຫລົງ ໄດ້ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ການ​ຢ້ຽມ​ຢາມ​ ຈະເປັນ​ການ​ກອບ​ສ່ວນ​ ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ສິງ​ປະ​ໂປ-ຫວຽດ​ນາມ ໃນ​ທຸກ​ຂົງ​ເຂດ ເລິກ​ເຊິ່ງກວ່າ​ອີກ. ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫຼີຊຽນ​ຫລົງ ຢືນ​ຢັນ​ວ່າ: ຈະ​ສະ​ໜັບ​ສະ​ໜູນ ແລະ​ ໜູນ​ຊ່ວຍຫວຽດ​ນາມ ຈັດ​ຕັ້ງ​ກອງ​ປະ​ຊຸມ​​ສຸດຍອດ​ ຂອງ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ອາ​ຊີ-ປາ​ຊີ​ຟິກ (APEC) ປີ 2017 ໃຫ້​ປະ​ສົບ​ຜົນ​ສຳ​ເລັດຢ່າງ​ຈົບ​ງາມ. ທ່ານ ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ຕີ​ລາ​ຄາ​ສູງ ​ຕໍ່​ເລື່ອງລັດ​ຖະ​ບານ​ສິງ​ກະ​ໂປ ໄດ້​ຊ່ວຍ​ບຳ​ລຸງ​ສ້າງ, ຍົກ​ສູງ​ລະ​ດັບ​ຄວາມ​ຮູ້ ໃຫ້​ບັນ​ດາ​ສະ​ມາ​ຊິກ​ພັກ ຊັ້ນ​ກາງ-ສູງ​ ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ; ເຫັນ​ດີ​ເປັນ​ເອ​ກະ​ພາບ ​ສອງ​ຝ່າຍ​ຄວນ​ເປີດກວ້າງ ແລະ ​ເຮັດ​ໃຫ້ການພົວ​ພັນ​ນີ້ ເລິກ​ເຊິ່ງກວ່າ​ອີກ​​ ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ