ນຳການພົວພັນຫວຽດນາມ-ລາວຂຶ້ນສູ່ລະດັບສູງໃໝ່

ນຳການພົວພັນຫວຽດນາມ-ລາວຂຶ້ນສູ່ລະດັບສູງໃໝ່ - ảnh 1
ທ່ານເລຂາທິການໃຫຍ່ ສສ ຫວຽດນາມ ຫງວຽນຟູ໋ຈ້ອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ບຸນຍັງ ວໍລະຈິດ

(vovworld) –  ວັນ​ທີ 25/4, ທ່ານ​ ບຸນ​ຍັງ ວໍລະ​ຈິດ, ​ເລຂາ​ທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ປະທານ​ປະ​ເທດ ສປປ ລາວ ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ສັນຖະວະ​ໄມຕີ ຫວຽດນາມ ຢ່າງ​​ເປັນ​ທາງ​ການ​ຕາມ​ຄຳ​​ເຊື້ອເຊີນ​ຂອງ​ທ່ານ​ ​ຫງວຽນ​ຟູ໋ຈ້ອງ, ​ເລຂາທິການ​ໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງພັກ​ກອມ​ມູນິດ ຫວຽດນາມ ​ແລະ ທ່ານ ​ເຈີ່ນ​ດ້າຍ​ກວາງ, ປະທານ​ປະ​ເທດ ຫວຽດນາມ. ​ເນື່ອງ​ໃນ​​ໂອກາດ​ນີ້, ບັນດາ​ພາຫະນະ​ສື່​ມວນ​ຊົນ​ຂອງ ຫວຽດນາມ ລ້ວນ​​ແຕ່​​ໄດ້​ໃຫ້​ຂ່າວ, ບົດ​ກ່ຽວ​ກັບ​ເຫດການສຳຄັນ​ນີ້. ບົດ​ນຳ “ປັບປຸງ ​ແລະ ພັດທະນາ​ການ​ພົວພັນ​ສາມັກຄີ​ແບບ​ພິ​ເສດ ຫວຽດນາມ - ລາວ ຢ່າງ​ບໍ່​ຢຸດ​ຢັ້ງ” ຂອງ​ໜັງສືພິມ​ເຍີ​ນ​ເຢີ​ນ (ກະບອກ​ສຽງ​ຂອງ​ພັກ​ກອມ​ມູນິ​ດ ຫວຽດນາມ), ສະບັບ​ອອກ​​ໃນ​ຕອນ​ເຊົ້າວັນ​ທີ 25/4, ເນັ້ນໜັກ​ວ່າ: ​ໂດຍແມ່ນ 2 ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ສະໜິດສະໜົມ, ​ນັບແຕ່​ດົນ​ນານ​ມາ​ແລ້ວ 2 ຊາດ ຫວຽດນາມ ​ແລະ ລາວ​ໄດ້​ສະໜິດ​ຕິດ​ພັນ​ນຳ​ກັນ. ພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ ໝັ້ນ​ໝາຍຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ພ້ອມ​ກັບ​ພັກ, ລັດ ​ແລະ ປະຊາຊົນ ລາວ ຮັກສາ, ​ເສີມ​ຂະຫຍາຍ ​ແລະ ສືບ​ທອດ​ໃຫ້​ລຸ້ນຫຼັງ​ກ່ຽວ​ກັບ​ສາຍ​ພົວພັນ​ສາມັກຄີ​ແບບ​ພິ​ເສດ​ ຫວຽດນາມ - ລາວ. ການ​ຢ້ຽມຢາມສັນຖະວະ​ໄມຕີ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ ບຸ​ນຍັງ ວໍລະ​ຈິດ, ​ເລຂາ​ທິການ​ໃຫຍ່, ປະທານ​ປະ​ເທດ ລາວ ຈະ​ບັນລຸ​ຜົນສຳ​ເລັດ​ຢ່າງ​ຈົບງາມ, ສ​້າງກຳລັງ​ໜູນ​ຊຸກຍູ້​ການ​ພັດທະນາ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ ​ໃຫ້ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ຕອບ​ສະໜອງ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ ​ແລະ ຜົນ​ປະ​ໂຫຍດຂອງ​ປະຊາຊົນ 2 ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ.

        ດ້ວຍ​ຫົວ​ຂໍ້​ວ່າ “ນຳ​ການ​ພົວພັນຮ່ວມ​ມື​ມິດຕະພາບ ຫວຽດນາມ - ລາວ ຂຶ້ນ​ສູ່​ລະດັບ​ສູງ​ໃໝ່”, ບົດ​ນຳ​ຂອງໜັງສືພິມ​ ກວນ​ໂດ້ຍ​ເຍີນ​ເຢີ​ນ (ກະບອກ​ສຽງ​ຂອງກອງ​ທັບ​ປະຊາຊົນ ຫວຽດນາມ) ​ໄດ້​ເນັ້ນ​ໜັກ​ວ່າ: ການ​ຢ້ຽມຢາມສັນຖະວະ​ໄມ​ຕີ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ ບຸນ​ຍັງ ວໍລະ​ຈິດ, ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ສປປ ລາວ ຄັ້ງ​ນີ້​ຈະ​ປະກອບສ່ວນ​ຢັ້ງຢືນ​ແນວທາງ​ການ​ຕ່າງປະ​ເທດ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ທັງ 2 ປະ​ເທດ, ພິ​ເສດ​ຖື​ເປັນ​ສຳຄັນ​ການ​ຮັກສາ ​ແລະ ພັດທະນາ​ການ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​​ໃຫຍ່, ນຳ້​ໃຈສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ, ລາວ - ຫວຽດນາມ ຢ່າງ​ບໍ່​ຢຸດ​ຢັ້ງ, ​ເພີ່ມ​ທະວີ​ຄວາມ​ສະໜິດ​ຕິດ​ພັນ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ 2 ພັກ, 2 ລັດ​ ​ໃນ​ໄລຍະ​ຈະ​ມາ​ເຖິງ. ປະຊາຊົນ ຫວຽດນາມ ​ເຊື່ອ​ໝັ້ນ​ຢ່າງ​ແນ່​ວ​ແນ່​ວ່າ: ການ​ຢ້ຽມຢາມ​ຈະ​ບັນລຸ​ຜົນສຳ​ເລັດ​ຢ່າງ​ຈົບງາມ, ນຳ​ການ​ພົວພັນ​ຮ່ວມ​ມືມິດຕະພາບລະຫວ່າງ 2 ປະ​ເທດ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.

        ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້, ທ່ານ ບຸນ​ຍັງ ວໍລະ​ຈິດ, ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ສປປ ລາວ ​ແລະ ບັນດາ​ການ​ນຳ ຫວຽດນາມ ຈະ​ຢັ້ງຢືນ​ຄືນ​ໃໝ່​ເຈດ​ຕະນາ​ດີ ​ແລະ ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ທັງ 2 ຝ່າຍ​ໃນ​ການ​ພົວພັນ​ຮ່ວມ​ມື, ສືບ​ຕໍ່​ຜັນ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ, ນຳ້​ໃຈ​ສາມັກຄີ​ແບບ​ພິ​ເສດ ລາວ - ຫວຽດນາມ, ນຳ​ການ​ພົວພັນ ຫວຽດນາມ ​ແລະ ລາວ​ ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.


ຂ່າວ/ບົດ​ອື່ນ