ນຳການພົວພັນຫວຽດນາມແລະອາເມລິກາຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດ

ນຳການພົວພັນຫວຽດນາມແລະອາເມລິກາຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດ - ảnh 1
ທ່ານ​ປະ​ທານ​ສ​ະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ແລະ ທ່ານ​ນາງ Nancy Pelosy

(vovworld) - ໂດຍນອນ​ໃນ​ຂອບ​ເຂດ​ການ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ສະ​ຫະ​ພັນ​ລັດ​ຖະ​ສະ​ພາ​ສາ​ກົນ 132 (IPU 132) ຕອນ​ເຊົ້າ​ວັນ​ທີ 31/3, ທ່ານ​ປະ​ທານ​ສ​ະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ນາງ Nancy Pelosy, ການ​ນຳ​ຝ່າຍ​ສ່ວນ​ໜ້ອຍ​ຂອງ​ພັກ​ປະ​ຊາ​ທິ​ປະ​ໄຕ​ໃນ​ສະ​ພາ​ຕ່ຳ ແລະ ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ຕ່ຳ ອາ​ເມ​ລິ​ກາ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ, ປະ​ທານ IPU 132, ຂໍ​ຂອບ​ໃຈ​ຕໍ່​ສະ​ພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ ໄດ້​ມີ​ບັນ​ດາ​ຂໍ້​ຕົກ​ລົງ, ສ​ຽງ​ເວົ້​າ​ຕັ້ງ​ໜ້າ​ເພື່ອ​ສະ​ໜັບ​ສະ​ໜູນ ຫວຽດ​ນາມ ໃນ​ການ​ຮັກ​ສາ​ສະ​ຖຽນ​ລະ​ພາບ, ຄວາມ​ໝັ້ນ​ຄົງ ແລະ ຮັກ​ສາ​ສັນ​ຕິ​ພາບ, ກໍ່​ຄື​ໃນ​ການ​ຮຽກ​ຮ້ອງ​ບັນ​ດາ​ອົງ​ການ​ການ​ເງິນ​ລົງ​ທຶນ, ຮ່​ວມ​ມື​ກັບ ຫວຽດ​ນາມ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ເຊື່ອ​ໝັ້ນ​ວ່າ: ຜ່ານ​ກົນ​ໄກ​ການ​ຮ່ວມ​ມື, ໂອ້​ລົມ​ສົນ​ທະ​ນາ, ການ​ຮ່ວມ​ມື​ລະ​ຫວ່າງ​ 2 ສະ​ພາ​ແຫ່ງ​ຊາດ, 2 ລັດ​ຖະ​ບານ, ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ, ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ຈະ​ນັບ​ມື້​ນັບ​ໄດ້​ຮັບ​ການ​ພັດ​ທະ​ນາ​ອັນ​ດີ​ງາມ. ສ່ວນ​ທ່ານ Nancy Pelosy ຢັ້ງ​ຢືນ​ວ່າ: ອາ​ເມ​ລິ​ກາ ແລະ ຫວຽດ​ນາມ ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຫຼາຍ​ຢ່າງ​ເພື່ອ​ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນ​ສູ່​ລະ​ດັບ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ພິ​ເສດ, 2 ຝ່າຍ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ໃນ​ເລື່ອງ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ພາຍຫຼັງ​ສົງ​ຄາມ, ພິ​ເສດ​ແມ່ນ​ໃຫ້ບຸ​ລິ​ມະ​ສິດ​ແກ່​ການ​ຊອກ​ຫາ, ​ເກັບ​ກູ້​ລູກ​ລະ​ເບີດບໍ່​ທັນ​ແຕກ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮ​ູ່ງ ແລະ ທ່ານ​ນາງ Nancy Pelosy ເຫັນ​ດີ​ເປັນ​ເອ​ກະ​ສັນ​ເພີ່ມ​ທະ​ວີ​ການ​ໂອ້​ລົມ​ສົນ​ທະ​ນາ, ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ, ແບ່ງ​ປັນ​ບົດ​ຮຽນ​ໃນ​ການ​ສ້າງ​ກົດ​ໝາຍ, ຕິດ​ຕາມກວດ​ກາ, ກໍ່​ຄື​ເພີ່ມ​ທະ​ວ​ີ​ການ​ພົວ​ພັນຮ່ວມ​ມື​​ແລກ​ປ່ຽນ​ດ້ານ​ເສດ​ຖະ​ກິດ, ກາ​ນ​ຄ້າ ແລະ ວັດ​ທະ​ນະ​ທຳ, ສູ້​ຊົນ​ຍົກ​ວົງ​ເງິນ​ການ​ຄ້າ 2 ສົ້ນ ຫວຽດ​ນາມ - ອາ​ເມ​ລິ​ກາ ຂຶ້ນ​​ກ່​ວາ 40 ຕື້ USD. 2 ຝ່າຍ​ເພີ່ມ​ທະ​ວີ​ການ​ເຈ​ລະ​ຈາ​ເພື່ອ​ເຊັນ​ສັນ​ຍາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຍຸດ​ທະ​ສາດ​ຂ້າມ​ປາ​ຊີ​ຟິກ (TPP) ເພື່ອ​ຜົນ​ປະ​ໂຫຍດ ແລະ ສິດ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ 2 ປະ​ເທດ.


ຂ່າວ/ບົດ​ອື່ນ