ນຳການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ການາດາຂຶ້ນສູ່ລະດັບສູງໃຫມ່

(VOVWORLD) - ຕອນບ່າຍວັນທີ 6 ສິງຫາ, ຢູ່ ມານີລາ, ປະເທດ ຟີລິບປິນ, ທ່ານ ຟ້າມບີ່ງມີງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ພົບປະກັບທ່ານນາງ Chrystia Freeland, ລັດຖະມົນຕີການຕ່າງປະເທດ ການາດາ ຢູ່ນອກກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 50. 
ນຳການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ການາດາຂຶ້ນສູ່ລະດັບສູງໃຫມ່ - ảnh 1 ທ່ານນາງ ລັດຖະມົນຕີການຕ່າງປະເທດ ການາດາ Chrystia Freeland

ສອງຝ່າຍເຫັນດີເປັນເອກະສັນວ່າ ໃນໄລຍະຈະມາເຖິງຈະສືບຕໍ່ນຳບັນດາຂົງເຂດຮ່ວມມືກ້າວເຂົ້າສູ່ລວງເລິກ ແລະ ຍົກລະດັບຂອບເຂດຮ່ວມມືລະຫວ່າງ 2 ປະເທດຂຶ້ນສູ່ລະດັບສູງໃໝ່. ທ່ານນາງ ລັດຖະມົນຕີການຕ່າງປະເທດ ການາດາ Chrystia Freeland ໃຫ້ຮູ້ວ່າ: ທ່ານນາຍົກລັດຖະມົນຕີ ການາດາ Justin Trudeau ລໍຄອຍການຢ້ຽມຢາມ ຫວຽດນາມ ໃກ້ຈະມາເຖິງເນື່ອງໃນໂອກາດເຂົ້າຮ່ວມສັບປະດາຂັ້ນສູງ APEC ຢູ່ ດ່ານັ້ງ ໃນເດືອນ ພະຈິກ 2017. ທ່ານ ຟ້າມບີ່ງມີງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ສະເໜີວ່າ: ການາດາ ສືບຕໍ່ໜູນຊ່ວຍ ຫວຽດນາມ ຍົກສູງກຳລັງຄວາມສາມາດຮັບມືກັບບັນດາສິ່ງທ້າທາຍຕໍ່ຄວາມໝັ້ນຄົງແບບໃໝ່, ໃນນັ້ນມີການປ່ຽນແປງຂອງດິນຟ້າອາກາດ, ສິ່ງແວດລ້ອມ, ການພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ