ນຳການພົວພັນຮ່ວມມືລະຫວ່າງຫວຽດນາມ - ໂຮນລັງ ໃຫ້ນັບມື້ນັບບັນລຸປະສິດທິຜົນ

ນຳການພົວພັນຮ່ວມມືລະຫວ່າງຫວຽດນາມ - ໂຮນລັງ ໃຫ້ນັບມື້ນັບບັນລຸປະສິດທິຜົນ - ảnh 1
ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລິວ ຕ້ອນຮັບ​
ຄະນະ​ກຳມະການ​ການ​ຄ້າ​ຕ່າງປະ​ເທດ ​ແລະ ຮ່ວມ​ມື​ພັດທະນາ​ສະພາ​ຕໍ່າ​ໂຮ​ນລັງ
(ພາບ: TTXVN)


(vovworld) – ວັນ​ທີ 19/08, ຢູ່​ສຳນັກງານ​ສະພາ​ແຫ່ງ​ຊາດ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລິວ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະຜູ້ແທນ​ກຳມາທິການ​ການ​ຄ້າ​ຕ່າງປະ​ເທດ ​ແລະ ຮ່ວມ​ມື​ພັດທະນາ​ສະພາ​ຕໍ່າ​ໂຮ​ນລັງ ​ໂດຍ​ທ່ານ Raymond De Roon, ຫົວໜ້າ​ຄະ​ນະ​ກຳມາທິການ, ​ເປັນ​ຫົວໜ້າ​ຄະນະ ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ຮອບ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລິວ ຢືນຢັນ​ວ່າ ຫວຽດນາມ ຖື​ເປັນ​ສຳຄັນ ​ແລະ ມີ​ແຜນ​ນະ​ໂຍບາຍ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ​ໂຮ​ນລັງ, ຖື​ນີ້​ແມ່ນ​ການ​ພົວພັນ​ທີ່​ພົ້ນ​ເດັ່ນ, ມີ​ປະສິດທິ​ຜົນ​ລະຫວ່າງ​ຫວຽດນາມ ​ແລະ ປະ​ເທດ​​ໜຶ່ງໃນ ເອີ​ລົບ. ​ເພື່ອນຳ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​​ພັດທະນາ​ໃຫ້​ນັບ​ມື້​ນັບ​​ເລິກ​ເຊິ່ງກວ້າງຂວາງ, ມີ​ປະສິດທິ​ຜົນ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລິວ ສະ​ເໜີ​ໃຫ້ 2 ຝ່າຍ​ສືບ​ຕໍ່​​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ, ​ເພີ່ມ​ທະວີ​ການ​ສະໜັບ​ສະ​ໜູນ​ເຊິ່ງກັນ ​ແລະ ກັນ​ບົນ​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ ​ແລະ ສາກົນ. 2 ຝ່າຍ​ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ເຊິ່ງຫວຽ​ດນາມ​ມີ​ທ່າ​ແຮງ ​ແລະ ​ໂຮ​ນລັງ​ມີ​ຄວາມ​ຕ້ອງການ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​​ບຸລິມະສິດ​ຄື: ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຄຸ້ມ​ຄອງ​ນ້ຳ, ກະສິກຳ, ພະລັງງານ… ສ່ວນ​ທ່ານ Raymond De Roon ກໍ່​ປາດ​ຖະໜາ​ວ່າ 2 ຝ່າຍ​ຕັ້ງໜ້າ​ພົບ​ປະ,​ເຈລະຈາ, ປະກອບສ່ວນ​ເພີ່ມ​ຄວາມ​ຮູ້ ​ແລະ ຮັດ​ແໜ້ນ​ການ​ພົວພັນ​ຮ່ວມ​ມື​ກວ່າ​ອີກ.

        ກ່ອນ​ໜ້າ​ນັ້ນ, ຄະນະ​ຜູ້ແທນກຳມາທິການ​ເສດຖະກິດ​ຂອງ​ສະພາ​ແຫ່ງ​ຊາດ ​ໂດຍ​ທ່ານ ຫງວຽນ​ວັນ​​ເຢົ່າ, ຫົວ​ໜ້າ​ກຳມາ​ທິການ ນຳ​ໜ້າ​​ໄດ້​ມີ​ການເຮັດ​ວຽກກັບ​ກຳມາທິການ​ການ​ຄ້າ​ຕ່າງປະ​ເທດ ​ແລະ ຮ່ວມ​ມື​ພັດທະນາ​ສະພາ​ຕໍ່າ​ໂຮ​ນລັງ. ທີ່​ການ​ເຮັດ​ວຽກ 2 ຝ່າຍ​ໄດ້​ພ້ອມ​ກັນ​ແລກປ່ຽນ​ກ່ຽວ​ກັບ​ບັນຫາ​ປະຕິ​ຮູບ​ລະບຽບການບໍລິຫານ, ພາສີ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ​ແລະ ບັນດາ​ບັນຫາ​ເສດ​ຖະກິດ​ສັງຄົມ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

ຂ່າວ/ບົດ​ອື່ນ