ນຳຂະແໜງທ່ອງທ່ຽວຫວຽດນາມໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມ

(VOVWORLD) -ວັນທີ 28 ພະຈິກ, ຢູ່ຮ່າໂນ້ຍ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ໄດ້ຈັດກອງປະຊຸມໂດຍກົງຜ່ານເຄືອຂ່າຍອີນເຕີແນັດ ຜັນຂະຫຍາຍໂຄງການເຄື່ອນໄຫວຂອງລັດຖະບານ ແລະ ແຜນການກະທຳຂອງກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ກັບ 63 ແຂວງ, ນະຄອນໃນທົ່ວປະເທດ.

ນຳຂະແໜງທ່ອງທ່ຽວຫວຽດນາມໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມ - ảnh 1 ກອງປະຊຸມໂດຍກົງຜ່ານເຄືອຂ່າຍອີນເຕີແນັດ ຜັນຂະຫຍາຍໂຄງການເຄື່ອນໄຫວຂອງລັດຖະບານ ແລະ ແຜນການກະທຳຂອງກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ

(ພາບ: toquoc.vn)

ໂຄງການເຄື່ອນໄຫວຂອງລັດຖະບານປະຕິບັດຕາມມະຕິເລກທີ 08 ຂອງກົມການເມືອງ ກ່ຽວກັບການພັດທະນາຂະແໜງທ່ອງທ່ຽວໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມ ໄດ້ວາງອອກ 8 ກຸ່ມໜ້າທີ່, 15 ໂຄງການລົງທຶນໃນຂົງເຂດທ່ອງທ່ຽວ. ໃນນັ້ນ, ຄາດໝາຍຮອດປີ 2020, ນຳຂະແໜງທ່ອງທ່ຽວຫວຽດນາມ ໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມໂດຍພື້ນຖານ, ສ້າງກຳລັງໜູນຊຸກຍູ້ການພັດທະນາເສດຖະກິດ, ສັງຄົມ; ມືອາຊີບສູງ, ມີລະບົບພື້ນຖານເຕັກນິກຄົບຊຸດພໍສົມຄວນ, ທັນສະໄໝ; ຜະລິດຕະພັນທ່ອງທ່ຽວທີ່ມີຄຸນນະພາບສູງ, ຫຼາຍຮູບຫຼາຍແບບ… ດຶງດູດນັກທ່ອງທ່ຽວສາກົນແຕ່ 17 – 20 ລ້ານເທື່ອຄົນ, ນັກທ່ອງທ່ຽວພາຍໃນ 82 ລ້ານເທື່ອຄົນ; ປະກອບ GDP ກວ່າ 10%.

        ທີ່ກອງປະຊຸມ, ຜູ້ແທນ 63 ແຂວງ, ນະຄອນໃນທົ່ວປະເທດໄດ້ແລກປ່ຽນ, ປຶກສາຫາລືບາງໜ້າທີ່, ມາດຕະການແກ້ໄຂຄື: ປ່ຽນໃໝ່ຄວາມຮັບຮູ້, ຈີນຕະນາການກ່ຽວກັບການພັດທະນາການທ່ອງທ່ຽວ; ສ້າງໂຄງປະກອບຂະແໜງທ່ອງທ່ຽວຄືນໃໝ່ຮັບປະກັນລັກສະນະມືອາຊີບ, ທັນສະໄໝ ແລະ ພັດທະນາແບບຍືນຍົງຕາມກົດເກນເສດຖະກິດການຕະຫຼາດ ແລະ ເຊື່ອມໂຍງເຂົ້າກັບສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ