ນຳເຂົ້າສານຫວຽດນາມກາຍເປັນເຄື່ອງໝາຍການຄ້າອັນດັບໜຶ່ງໃນໂລກ

  ນຳເຂົ້າສານຫວຽດນາມກາຍເປັນເຄື່ອງໝາຍການຄ້າອັນດັບໜຶ່ງໃນໂລກ  - ảnh 1
(ພາບ​ປະ​ກອບ)

(vovworld)- ຫວ່າງ​ແລ້ວນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ໄດ້​ເຊັນ​ອະ​ນຸ​ມັດ​ແຜນ​ຮ່າງ​ພັດ​ທະ​ນາ​ເຄື່ອງ​ໝາຍການ​ຄ້າ​ເຂົ້າ​ສານ​ຫວຽດ​ນາມ​ເຖິງ​ປີ 2020, ວ​ິ​ໄສ​ທັດ​ເຖິງ​ປີ 2030. ເຂົ້າ​ສານ​ຫວຽດ​ນາມ​ກາຍ​ເປັນ​ເຄື່ອງ​ໝາຍ​ການ​ຄ້າ​ອັນ​ດັບ​ໜຶ່ງ​ຂອງ​ໂລກ​ກ່ຽວ​ກັບ​ຄຸນ​ນະ​ພາບ, ຄວາມ​ປອດ​ໄພ​ດ້ານ​ສະ​ບຽງ​ອາ​ຫານ​ໃນ​ປີ 2030.  ຈຸດ​ໝາຍ​ລວມ​ຂອງ​ແຜນ​ຮ່າງ​ພັດ​ທະ​ນາ​ເຄື່ອງ​ໝາຍການ​ຄ້າ​ເຂົ້າ​ສານ​ຫວຽດ​ນາມ​ເຖິງ​ປີ 2020, ວ​ິ​ໄສ​ທັດ​ເຖິງ​ປີ 2030 ແມ່ນ​ເພື່ອ​ສ້າງ ເຄື່ອງ​ໝາຍການ​ຄ້າ​ເຂົ້າ​ສານ​ຫວຽດ​ນາມ, ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ບັນ​ດາ​ນັກ​ຜະ​ລິດ, ນັກ​ນຳ​ເຂົ້າ, ແຈກ​ຢາຍ ແລະ ຜູ້​ບໍ​ລິ​ໂພກ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ທີ່​ມີ​ຕໍ່​ຜະ​ລິດ​ຕະ​ພັນ​ເຂົ້າ​ສານ​ຂອງ​ຫວຽດ​ນາມ, ສ້າງ​ພື້ນ​ຖານ​ເພື່ອ​ປັບ​ປຸງ ແລະ ພັດ​ທະ​ນາ​ຕະຫຼາດ, ຍົກ​ສູງ​ມູນ​ຄ່າ​ເພີ່ມ, ອັດ​ຕາ​ສ່ວນ ແລະ ກຳ​ລັງ​ແກ່ງ​ແຍ້ງ​ຂອງ​ຜະ​ລິດ​ຕະ​ພັນ​ເຂົ້າ​ສານ​ຫວຽດ​ນາມ​ຢູ່​ຕະຫຼາດ​ໂລກ.

 

ຕອບກັບ

ຂ່າວ/ບົດ​ອື່ນ