ນ້ຳໃຈສາມັກຄີແບບພິເສດຫວຽດນາມ-ລາວ

ນ້ຳໃຈສາມັກຄີແບບພິເສດຫວຽດນາມ-ລາວ - ảnh 1
ຄະນະ​ຜູ້​ແທນ​ຂອງ 2 ຄະນະ​ພົວພັນ​​ຕ່າງປະ​ເທດ ​ໄດ້​ມາ​ຖະຫວາຍ​
ທູບ​ທຽນອາ​ໄລ​ຫາ ຢູ່​ເຂດ​ອະນຸສອນ​ສະຖານ ປະທານ​ໂຮ່ຈີ​ມິນ

(vovworld) – ​ໃນ​ລະ​ຫວ່າງ​ວັນ​ທີ 25 – 29/7, ຄະນະ​ພົວພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ກອມ​ມູນ​ິດ ຫວຽດນາມ ​ແລະ ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ ລາວ ສົມທົບ​ກັບ​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ ​ແຂວງ ຄຳ​ມ່ວນ ຈັດ​ຕັ້ງ​ການ​ພົບ​ປະ​ແລກປ່ຽນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ຄັ້ງ​ທີ 8 ດ້ວຍ​ຫົ​ວຂໍ້ “ນ້ຳ​ໃຈ​ສາມັກຄີ​​ແບບພິ​ເສດ​ ຫວຽດນາມ - ລາວ”. ​ໂດຍ​ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ​ແບ່ງປັນ​ບົດຮຽນ, ພົບ​ປະ​ແລກປ່ຽນ​​ແຂງ​ຂັນກິລາ, ສະ​ແດງ​ສິລະ​ປະ​ຢູ່​ຮາກ​ຖານ​ເພື່ອ​ຊ່ວຍ​ໃຫ້​ພະນັກງານ​ຂອງ 2 ຄະນະ​ພົວພັນ​ການ​ຕ່າງປະ​ເທດ, ກໍ​ຄື​ພະນັກງານຂອງ 2 ອົ​ງຄະນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ 2 ​ແຂວງ ຄຳ​ມ່ວນ ​ແລະ ​ເຫ​ງະ​ອານ ນັບ​ມື້​ນັບ​ສະ​ໜິດ​ຕິດ​ພັນ​ກ່ວາ.

      ​ເນື່ອງ​ໃນ​ໂອກາດ​ນີ້, ຄະນະ​ຜູ້​ແທນ​ຂອງ 2 ຄະນະ​ພົວພັນ​​ຕ່າງປະ​ເທດ​ສູນ​ກາງ 2 ພັກ ​ໄດ້​ມາ​ຖະຫວາຍ​ທູບ​ທຽນ ອາ​ໄລ​ຫາ ປະທານ​ໂຮ່ຈີ​ມິນ​ ຢູ່​ເຂດ​ອະນຸສອນ​ສະຖານ ປະທານ​ໂຮ່ຈີ​ມິນ; ​ເຂດ​ອາ​ໄລ​ຫາ​ອະ​ດິດ​ເລຂາທິການ​ໃຫຍ່ ​ແລະ ປະທານ​ປະ​ເທດ ​ໄກສອນ ພົນ​ວິຫານ ຢູ່ແຂວງ ຄຳມ່ວນ.

ມີ​ບິ່ງ, ນັກ​ຂ່າວ VOV ປະຈຳ ລາວ

ຂ່າວ/ບົດ​ອື່ນ