ບີງເຟືອກ ຄວນເສີມຂະຫຍາຍຈິດໃຈ “ເຮົາຂ້າງເພື່ອນ ແລະ ເພື່ອນຂ້າງເຮົາ” ໃນການພັດທະນາ

(VOVWORLD) - ຕອນເຊົ້າວັນທີ 20 ສິງຫາ, ທີ່ເທດສະບານ ດົງຊວາຍ ແຂວງ ບີງເຟືອກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນແຂວງ ບີງເຟືອກ. ນີ້ແມ່ນກອງປະຊຸມສົ່ງເສີມການລົງທຶນຂະໜາດໃຫຍ່ທຳອິດທີ່ໄດ້ຈັດຕັ້ງ ພາຍຫລັງສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງແຂວງຄືນໃໝ່.
ບີງເຟືອກ ຄວນເສີມຂະຫຍາຍຈິດໃຈ “ເຮົາຂ້າງເພື່ອນ ແລະ ເພື່ອນຂ້າງເຮົາ” ໃນການພັດທະນາ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ

         ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ: ທີ່ຕັ້ງພູມສາດເສດຖະກິດຂອງ ບີງເຟືອກ ສະແດງໃຫ້ເຫັນວ່າ ແຂວງມີເງື່ອນໄຂດຳເນີນທຸລະກິດຢ່າງສະດວກ, ເປັນຕົ້ນແມ່ນຄວາມສາມາດບົ່ມຊ້ອນການຮ່ວມມືສາກົນ, ຄົມມະນາຄົມສະດວກ. ທ່ານນາຍົກລັດຖະມົນຕີ ມອບໝາຍໜ້າທີ່ໃຫ້ກະຊວງຄົມມະນາຄົມຂົນສົ່ງ ຫວຽດນາມ ຄົ້ນຄວ້າຄວາມສາມາດຂອງການເຊື່ອມຕໍ່ຄົມມະນາຄົມແຕ່ ບີງເຟືອກ ໄປສະໜາມບິນ ລອງແທງ ແລະ ການເຊື່ອມຈອດແຕ່ ບີງເຟືອກ ໄປຍັງທ່າກ່ຳປັ່ນຕ່າງໆ, ຈາກນັ້ນ ສ້າງກຳລັງໜູນໃຫ້ ບີງເຟືອກ ໃນອະນາຄົດ. ພ້ອມກັບບັນດາທ່າອ່ຽງນັ້ນ,ເພື່ອດຶງດູດບັນດານັກລົງທຶນໃໝ່, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວວ່າ:

        “ບີງເຟືອກ ຢາກດຶງດູດນັກລົງທຶນໃຫຍ່, ເຂົ້າມາລົງທຶນນັ້ນ, ນອກຈາກບັນດາທ່າອ່ຽງສຳຄັນກ່ຽວກັບພູມສາດຍຸດທະສາດ, ກ່ຽວກັບເງື່ອນໄຂທຳມະຊາດ, ອາກາດ, ພູມສາດ, ດິນແດນ, ຊັບພະຍາກອນນັ້ນ…ປັດໄຈມະນຸດ, ພິເສດແມ່ນຄວາມຕັດສິນໃຈປະຕິບັດຂອງອຳນາດການປົກຄອງທຸກຂັ້ນຂອງ ບີງເຟືອກ ມີຄວາມໝາຍຕັດສິນ.

        ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີ ບີງເຟືອກ ສືບຕໍ່ປະຕິຮູບຢ່າງແຮງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ, ສູ້ຊົນຈົນຮອດປີ 2020 ບີງເຟືອກທະວີຄຸນຈຳນວນວິສາຫະກິດທົບ 2 ເທົ່າເມື່ອທຽບໃສ່ປັດຈຸບັນ, ວິສາຫະກິດປະມານ 10.000 ແຫ່ງ ແລະ ລາຍຮັບສະເລ່ຍຕໍ່ຫົວຄົນທົບ 2 ເທົ່າ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ນຳທຸກຂັ້ນ, ທຸກຂະແໜງການຢູ່ທ້ອງຖິ່ນສືບຕໍ່ປັບປຸງຢ່າງແຮງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ