ບົດບາດຂອງ ທະຫານອາສາສະໝັກປະຕິບັດໜ້າທີ່ສາກົນຢູ່ລາວ ແລະ ກຳ​ປູ​ເຈຍ


ບົດບາດຂອງ ທະຫານອາສາສະໝັກປະຕິບັດໜ້າທີ່ສາກົນຢູ່ລາວ ແລະ ກຳ​ປູ​ເຈຍ - ảnh 1
ທ່ານ ເລກວາງທິກ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ກວາງ​ງ້າຍ ຂຶ້ນ​ກ່າວ​ຄຳ​ເຫັນ

(vovworld)- ວັນ​ທີ 18/4, ຢູ່​ແຂວ​ງ ກວາງ​ງ້າຍ, ໄດ້​ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ​ສາ​ກົນ “ ທະ​ຫານ​ອາ​ສາ​ສະ​ໝັກ​ຢູ່​ຕອນ​ໃຕ້​ພາກ​ກາງ ປະ​ຕິ​ບັດ​ໜ້າ​ທີ່​ສາ​ກົນ​ຢູ່​ພາກ​ໃຕ້​ຂອງ​ລາວ ແລະ ເຂດ​ທາງ​ທິດ​ຕາ​ເວັນ​ອອກ​ສຽງ​ເໜືອຂອງ​ກຳ​ປູ​ເຈຍ- ບົດ​ບາດ ແລະ ຄວາມ​ໝາຍ​ປະ​ຫວັດ​ສາດ” . ທີ່ ກອງ​ປະ​ຊຸມ​ສຳ​ມະ​ນາ, ບັນ​ດາ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ແງ່​ຫວັງ​ແຫ່ງ​ການ​ພົວ​ພັນ​ຮ່ວມ​ມື​ຫວຽດ​ນາມ-ລາວ, ລາວ-ຫວຽດ​ນາມ, ຫວຽດ​ນາມ - ກຳ​ປູ​ເຈຍ, ກຳ​ປູ​ເຈຍ-ຫວຽດ​ນາມໃນ​ສະ​ພາ​ວະ​ສາ​ກົນ ແລະ ພາກ​ພື້ນ​ໃນ​ປ​ະ​ຈຸ​ບັນ. ທ່ານ ເລກວາງທິກ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ກວາງ​ງ້າຍ ຊີ້​ແຈ້ງວ່າ :

   “ກອງ​ປະ​ຊຸມ​ສຳ​ມະ​ນາບໍ່​ພຽງ​ແຕ່​ເຮັດ​ແຈ້ງ​ບົດ​ບາດ​ຂອງ ທະ​ຫານ​ອາ​ສາ​ສະ​ໝັກ​ ປະ​ຕິ​ບັດ​ໜ້າ​ທີ່​ສາ​ກົນ​ຢູ່​ພາກ​ໃຕ້​ຂອງ​ລາວ ແລະ ເຂດ​ທາງ​ທິດ​ຕາ​ເວັນ​ອອກ​ສຽງ​ເໜືອຂອງ​ກຳ​ປູ​ເຈຍ, ຢັ້ງ​ຢືນ​ທີ່​ຕັ້ງ​ບົດ​ບາດ ແລະ ຄວາມ​ໝາຍ​ປະ​ຫວັດ​ສາດ​ພິ​ເສດ​ລະ​ຫວ່າງຫວຽດ​ນາມ, ລາວ , ກຳ​ປູ​ເຈຍໃນ​ປະ​ຫວັດ​ສາດ. ກອງ​ປະ​ຊຸມ​ສຳ​ມະ​ນາແມ່ນ​ຍັງ​ມີ​ຄວາມ​ໝາຍ​ທີ່​ສຳ​ຄັນ​ທີີ່​ສຸດ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເສີມ​ສ້າງ​ນ້ຳ​ໃຈ​ສາ​ມັກ​ຄີ, ມິດ​ຕະ​ພາບ, ການ​ຮ່ວມ​ມື​ຊ​່ວຍ​ເຫຼືອ​ຊຶ່ງ​ກັນ​ ແລະ ກັນ​ລະ​ຫວ່າງ 3 ປະ​ເທດ ຫວຽດ​ນາມ -ລາວ - ກຳ​ປູ​ເຈຍ ໃນ​ພາ​ລະ​ກິດ​ຕໍ່​ສູ້​ປົດ​ປ່ອຍ​ຊາດ ກໍ​ຄື​ໃນ​ກິດ​ຈະ​ການ​ສ້າງ​ສາ​ປະ​ເທດ​ຊ​າດ​ໃນ​ປະ​ຈຸ​ບັນ​ ”

ຂ່າວ/ບົດ​ອື່ນ