ບໍ່ທັນຮັບຮູ້ໂຊກຕາກຳບັນດາຕົວປະກັນຍີ່ປຸ່ນແລະຈໍແດນ

ບໍ່ທັນຮັບຮູ້ໂຊກຕາກຳບັນດາຕົວປະກັນຍີ່ປຸ່ນແລະຈໍແດນ - ảnh 1
ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ກ່າວຄຳເຫັນໃນການປະຊຸມຂ່າວກ່ຽວກັບ ຕົວປະກັນKenji Goto
(ພາບ: AFP/TTXVN.)

(vovworld) – ຍີ່​ປຸ່​ນ ແລະ ຈໍ​ແດນ ຍັງ​ຄົງ​ລໍ​ຖ້າ​ໃນ​ຄວາມ​ວິ​ຕົກ​ວັງ​ວົນ​ກ່ຽວ​ກັບ​ໂຊກ​ຕາ​ກຳ​ຂອງ​ຜູ້​ຊາຍ 2 ຄົນ​ທີ່​ໄດ​້​ຮັບ​ຖື​ວ່າ​ພວມຖືກ​ບັນ​ດາ​ມື​ປືນ​ລັດ​ອິດ​ສະ​ລາມ (IS) ອ້າງ​ຊື່​ເອງ ກັກຂັງ, ໃນ​ຂະ​ນະ​ທີ່​ອົງ​ການ​ຫົວ​ຮຸນ​ແຮງນີ້​ຍັງ​ມິດ​ງຽບ​ພາຍຫຼັງ​​ເວ​ລາກຳນົດ ແລກ​ປ່ຽນ​ນັກ​ໂທດເອົາຕົວປະກັນໄດ້ເກີນ 1 ວັນແລ້ວ. ໃນ​ຖະ​ແຫຼງ​ການ​ໜຶ່ງ, ໂຄ​ສົກ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຈໍ​ແດນ, ທ່ານ Mamdoud al – Ameri, ຢັ້ງ​ຢືນ​ວ່າ: “ໃນ​ກໍ​ລະ​ນີ​ມີ​ການ​ຜັນ​ແປ​ໃໝ່, ຂໍ​້​ມູນ​ຂ່າວ​ຈະ​ໄດ້​ສະ​ໜອງ​ໃນ​ທັນ​ທີ”. ກ່ອນ​ໜ້ານັ້ນ, ວັນ​ທີ 29/1, ລັດ​ຖະ​ບານ ຈໍ​ແດນ ຖະ​ແຫຼງ​ຈະ​ບໍ່​ປ່ອຍ​ຕົວ Sajida al –Rishawi, ນັກ​ໂທດ​ຍິງ​ຊາວ ອີ​ຣັກ ຜູ້ທີ່ຖືກ​ຕັ​ດ​ສິນ​ລົງ​ໂທດດ້ວຍ​ກົນ​ອຸ​ບາຍ​ວາງ​ລະ​ເບີດ​ສະຫຼະ​ຊີບ​ຢູ່​ຈ​ໍ​ແດນ​ເມື່ອ​ປີ 2005, ຖ້າ​ຫາກບໍ່​ມີ​ພະ​ຍານຫຼັກ​ຖານ​ສະ​ແດງ​ໃຫ​້​ເຫັນ​ວ່າ: ນັກ​ບິນ​ຂອງປະ​ເທດນີ້​ຖືກ IS ຈັບ​ຕົວ​ຍັງ​ມີ​ຊີ​ວິດ​ຢູ່. ໃນ​ຂະ​ນະ​ນັ້ນ, ວົງ​ການ​ເຈົ້າ​ໜ້າ​ທີ່ ຍີ​່​ປຸ່​ນ ພວມ​ຢູ່ໃນ​ສະ​ພາບ​ການ​ເຕື່ອນ​ໄພ, ກຽມ​ພ້ອມ​ຮັບ​ມື​ກັບ​ທຸກໆ​ການ​ປ່ຽນ​ແປງທີ່​ອາດ​ຈະເກີດ​ຂຶ້ນ.

 


ຂ່າວ/ບົດ​ອື່ນ