ບັນຍາກາດວັດທະນະທຳ,ການທ່ອງທ່ຽວ ຮ່າຢາງ ມີຄວາມຟົດຟື້ນຢູ່ເຂດຖະໜົນທາງຍ່າງ ຮ່ວາມກຽມ

(VOVWORLD) - ຕອນຄ່ຳວັນທີ 27 ຕຸລາ, ຢູ່ຮ່າໂນ້ຍ ໄດ້ຈັດຕັ້ງພິທີໄຂບັນຍາກາດວັດທະນະທຳ, ທ່ອງທ່ຽວ ແລະ ຜະລິດຕະພັນທີ່ເປັນເອກະລັກສະເພາະຂອງບັນດາເຜົ່າໃນແຂວງ ຮ່າຢາງ. 
ບັນຍາກາດວັດທະນະທຳ,ການທ່ອງທ່ຽວ ຮ່າຢາງ ມີຄວາມຟົດຟື້ນຢູ່ເຂດຖະໜົນທາງຍ່າງ ຮ່ວາມກຽມ - ảnh 1 ພິທີໄຂຈັດຕັ້ງໃນຕອນຄ່ຳວັນທີ 27 ຕຸລາ

ລາຍການໂດຍຄະນະກຳມະການປະຊາຊົນ ແຂວງ ຮ່າຢາງ ສົມທົບກັບຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຈັດຕັ້ງເພື່ອແນໃສ່ໂຄສະນາພາບພົດຂອງເຂດດິນແດນ ແລະ ປະຊາຊົນຮ່າຢາງ ເຖິງແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ສາກົນເປັນຈຳນວນຫຼວງຫຼາຍ. ນະທີ່ນີ້, ແຂກທ່ອງທ່ຽວມີໂອກາດໄດ້ຮັບຊົມບັນດາຄຸນຄ່າທີ່ເປັນເອກະລັກຂອງແຂວງ ຮ່າຢາງ  ດ້ວຍບັນດາມໍລະດົກວັດທະນະທຳທີ່ເປັນເອກະລັກສະເພາະຂອງວົງຄະນະຍາດ 19 ຊົນເຜົ່າ; ເຂດມໍລະດົກທໍລະນີສາດທີ່ໃຫຍ່ໂຕມະໂຫຖານ… ບັນດາຜະລິດຕະພັນຄື: ນ້ຳເຜິ້ງ, ຊາ ຊານຕວຽດ… ທ່ານນາງ ຊູ່ງທິໄຊ, ຜູ້ອຳນວຍການສູນວັດທະນະທຳຖະແຫຼງຂ່າວ ແລະ ທ່ອງທ່ຽວ ເມືອງ ດົ່ງວັນ, ໃຫ້ຮູ້ວ່າ:

“ຜ່ານການຈັດຕັ້ງດັ່ງກ່າວ, ແຂວງ ຮ່າຢາງ ເວົ້າລວມ ແລະ ເມືອງ ດົ່ງວັນ ເວົ້າສະເພາະໄດ້ໂຄສະນາບັນດາຜະລິດຕະພັນໂດຍທ້ອງຖິ່ນຜະລິດເອງຄື: ຊີ້ນງົວແຫ້ງ, ຊີ້ນງົວແດດດຽວ, ເຫຼົົ້າຫຼາຍຊະນິດ… ຂ້າພະເຈົ້າຫວັງວ່າ, ຊາວ ຮ່າໂນ້ຍ ຈະມີຄວາມໄວ້ເນື້ອເຊື່ອໃຈຕໍ່ບັນດາຜະລິດຕະພັນໂດຍພວກຂ້າພະເຈົ້າຜະລິດ.”

ຕອບກັບ

ຂ່າວ/ບົດ​ອື່ນ