ບັນດາການເຄື່ອນໄຫວຂອງທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຢູ່ ກາຊັກສະຖານ

(VOVWORLD) - ສະພາແຫ່ງຊາດ ຫວຽດນາມ ຍາມໃດກໍ່ສະໜັບສະໜູນການຮ່ວມມືລະຫວ່າງລັດຖະບານ 2 ປະເທດ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ.
ບັນດາການເຄື່ອນໄຫວຂອງທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຢູ່ ກາຊັກສະຖານ - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ ໄດ້ເຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີ ສ.ກາຊັກສະຖານ Bakytzhan Sagintayev ຕາມພິທີການທູດ (ພາບ: TTXVN)

  ໂດຍສືບຕໍ່ການຢ້ຽມຢາມ ສ.ກາຊັກສະຖານ ຢ່າງເປັນທາງການ, ຕອນບ່າຍວັນທີ 17 ຕຸລາ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ ໄດ້ເຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີ ສ.ກາຊັກສະຖານ Bakytzhan Sagintayev ຕາມພິທີການທູດ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ໄດ້ແຈ້ງໃຫ້ທ່ານນາຍົກລັດຖະມົນຕີ Bakytzhan Sagintayev ຮັບຊາບກ່ຽວກັບໝາກຜົນແຫ່ງການເຈລະຈາກັບທ່ານປະທານສະພາຕ່ຳ Nurlan Nigmatulin. 2 ຝ່າຍເຫັນດີເປັນເອກະພາບບັນດາມາດຕະການເພີ່ມທະວີການຮ່ວມມືລະຫວ່າງອົງການນິຕິບັນຍັດ 2 ປະເທດ, ຜ່ານນັ້ນ, ຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດໃຫ້ນັບມື້ນັບພັດທະນາ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ຢືນຢັນວ່າ: ສະພາແຫ່ງຊາດ ຫວຽດນາມ ຍາມໃດກໍ່ສະໜັບສະໜູນການຮ່ວມມືລະຫວ່າງລັດຖະບານ 2 ປະເທດ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ປາດຖະໜາຢາກໃຫ້ 2 ປະເທດສືບຕໍ່ຮັກສາ ແລະ ເພີ່ມທະວີການແລກປ່ຽນ, ແບ່ງປັນຂໍ້ມູນຂ່າວສານ, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫລາຍຝ່າຍ.

        ສ່ວນທ່ານນາຍົກລັດຖະມົນຕີ Bakytzhan Sagintayev ຕີລາຄາສູງການຢ້ຽມຢາມຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ກົງກັບໂອກາດ 2 ປະເທດສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດຄົບຮອບ 25 ປີ.

        ແລະກໍ່ໃນຕອນບ່າຍວັນທີ 17 ຕຸລາ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ໄດ້ພົບປະກັບທ່ານປະທານພັກກຳອຳນາດ ສ.ກາຊັກສະຖານ Mukhtar Abraruly Kul Mukhammed. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ຢືນຢັນວ່າ ປະຊາຊົນ ຫວຽດນາມ ຍາມໃດກໍ່ຈົດຈຳການສະໜັບສະໜູນອັນໃຫຍ່ຫລວງ, ການຊ່ວຍເຫຼືອອັນລ້ຳຄ່າ ຊຶ່ງບັນດາພັກການເມືອງ ແລະ ປະຊາຊົນ ກາຊັກສະຖານ ສະຫງວນໃຫ້ ຫວຽດນາມ ໃນພາລະກິດປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບໃນເມື່ອກ່ອນ ກໍ່ຄືໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດໃນປະຈຸບັນ.

ບັນດາການເຄື່ອນໄຫວຂອງທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຢູ່ ກາຊັກສະຖານ - ảnh 2 ທ່ານນາງ ຫງວຽນທິກີມເງິນ ໄດ້ພົບປະກັບທ່ານປະທານພັກກຳອຳນາດ ສ.ກາຊັກສະຖານ Mukhtar Abraruly Kul Mukhammed

        ສ່ວນທ່ານ Mukhtar Abraruly Kul Mukhammed ຢືນຢັນວ່າ ກາຊັກສະຖານ ຍາມໃດກໍ່ຖື ຫວຽດນາມ ເປັນເພື່ອນທີ່ສະໜິດສະໜົມ. ທ່ານ Mukhtar Abraruly Kul Mukhammed ປາດຖະໜາຢາກ ສືບຕໍ່ເພີ່ມທະວີການຮ່ວມມືລະຫວ່າງພັກກອມມູນິດ ຫວຽດນາມ ກັບພັກ Nur Otan, ກໍ່ຄືບັນດາພັກ ການເມືອງຂອງ ກາຊັກສະຖານ, ຜ່ານນັ້ນ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດໃຫ້ນັບມື້ນັບພັດທະນາ ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ