​ ບັນ​ດາ​ການ​ເຄື່ອ​ນ​ໄຫວ​ທີ່ງານ​ບຸນ​ອາ​ຊຽນ​ຢູ່​ເອີ​ລົບ​ໄດ້​ດຳ​ເນີນ​ຢ່າງຟົດ​ຟື້ນ

​ ບັນ​ດາ​ການ​ເຄື່ອ​ນ​ໄຫວ​ທີ່ງານ​ບຸນ​ອາ​ຊຽນ​ຢູ່​ເອີ​ລົບ​ໄດ້​ດຳ​ເນີນ​ຢ່າງຟົດ​ຟື້ນ - ảnh 1
(ພາບປະກອບ)

(vovworld)- ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 49 ປີ​ແຫ່ງວັນ​ສ້າງຕັ້ງ ​ອາ​ຊຽນ, ຜູ້​ຕາງ​ໜ້າ​ບັນ​ດາ​ປ​ະ​ເທດ​ອາ​ຊຽນ ຢູ່​ອັງ​ກິດ ແລະ ນອກ​ແວ ໄດ້​ມີ​ບັນ​ດາ​ລາຍ​ການ ​ພົບ​ປະ​ແລກ​ປ່ຽນ​​ວັດ​ທະ​ນະ​ທຳ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈທີ່​ສຸດ, ໃຫ້​ແກ່​ຜູ້​ທີ່​ເຂົ້າ​ຮ່ວມ​ ກ່ຽວ​ກັບ​ອາ​ຊຽນທີ່​ເປັນຫຼາຍ​ຮູບຫຼາຍ​ແບບ ດ້ານ​ວັດ​ທະ​ນະ​ທຳ, ທີ່ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ແພງ​ແຂກຄົນ ແລະ ​ຂະ​ຫຍັນ​ ຂັ​ນ​ເຄື່ອນ ທີ່ນະ​ຄອນຫຼວງ​ລອນດອນ, ຄະ​ນະ​ກຳ​ມະ​ການ​ອາ​ຊຽນ ປະ​ຈຳ ​ອັງ​ກິດ ໄດ້ຈັດ​ຕັ້ງ​ວັນ​ບຸນ​ຄອບ​ຄົວ​ອາຊຽນ ໂດຍມີ​ການ​ເຂົ້າ​ຮ່ວມ ​ຂອງ ກວ່າ 400 ຄົນ ທີ່​ມາ​ຈາກ 10 ປະ​ເທດ​ອາ​ຊຽນ ແລະ ຜູ້​ຕາງ​ໜ້າ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອັງ​ກິດ. ນີ້​ແມ່ນ​ໂອ​ກາດ ເພື່ອ​ໃຫ້​ພົນ​ລະ​ເມືອງ​ ອາ​ຊຽນ ຜູກ​ພັນ​ກັນ ແລະ ພ້ອມ​ກັນ​ເຂົ້າ​ຮ່ວມ​ບັນ​ດາ​ການ​ລະຫຼີນ​ພື້ນ​ເມືອງ​ ຂອງ​ແຕ່​ລະ​ປະ​ເທດ ແລະ ຮັບ​ປະ​ທານ​ອາ​ຫານ​ທີ່​ເປັນມູນ​ເຊື້ອ​ ໂດຍສະ​ຖານ​ທູດ​ບັນ​ດາ​ປະ​ເທດ​ອາ​ຊຽນ​ ແນະ​ນຳ.

        ກ່ອນ​ໜ້າ​ນັ້ນ ຢູ່​ນະ​ຄອນຫຼວງ Oslo (ນອກ​ແວ), ສະ​ຖານ​ທູດ​ຫວຽດ​ນາມ ພ້ອມ​ກັບ​ບັນ​ດາ​ສະ​ຖານ​ທູດ​ອິນ​ໂດ​ເນ​ເຊຍ, ມຽນ​ມາ, ຟີ​ລິບ​ປິນ ແລະ ໄທ ໄດ້​ຈັດ​ຕັ້ງ​ຄ່ຳ​ຄືນ​ແຫ່ງວັດ​ທະ​ນະ​ທຳ​ອາຊຽນ ປີ 2016 ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​​ການໂຄ​ສະ​ນາ​ເຜີຍ​ແຜ່​ ກ່ຽວ​ກັບ​ອາ​ຊຽນ ຢູ່    ນ​ອກ​ແວ. ຄ່ຳ​ຄືນ​ແຫ່ງວັດ​ທະ​ນະ​ທຳ​ອາຊຽນ ປີ 2016 ໄດ້​ດຳ​ເນີນໄປ​ດ້ວຍ​​ລາຍ​ການຫຼາຍ​ຮູບ​ແບບ, ປະ​ກອບ​ມີ​ບັນ​ດາ​ວາດ​ຟ້ອນ, ທຳ​ນອງບົດ​ເພງ​ພື້ນ​ເມ​ືອງ ແລະ ງານ​​ລ້ຽງດ້ວຍ​​ອາ​ຫານບາງ​ເຍື່ອງ​ທີ່​ເປັນ​ມູນ​ເຊື້ອ ໂດຍ​ສະ​ຖານ​ທູດ​ຂອງ 5 ປະ​ເທດ ​ແນະ​ນຳ. ຄ່ຳ​ຄືນ​ແຫ່ງວັດ​ທະ​ນະ​ທຳ​ອາຊຽນ ປີ 2016 ກໍ່​ເປັນ​ໜຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ ​ການ​ທູດ​ດ້ານ​ວັດ​ທະ​ນ​ະ​ທຳ​ຂອງ​ສະ​ຖານ​ທູດ​ຫວຽດ​ນາມ​ ປະ​ຈຳ ນອກ​ແວ ແນ​ໃສ່​ໂຄ​ສະ​ນາ​ເຜີຍ​ແຜ່​ ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ​ຢ່າງຕັ້ງ​ໜ້າ, ​ເພື່ອດຶງ​ດູດ​ຄວາມ​ສົນ​ໃຈ​ ຂອງ​ຊາວນອກ​ແວ ແລະ ​ເພື່ອນ​ມິດສາ​ກົນ​ກວ່າ​ອີກ

 

ຂ່າວ/ບົດ​ອື່ນ