ບັນດາການເຄື່ອນໄຫວມ່ວນຊື່ນໃນບຸນໄຫວ້ພະຈັນວັນເພັງເດືອນ8

ບັນດາການເຄື່ອນໄຫວມ່ວນຊື່ນໃນບຸນໄຫວ້ພະຈັນວັນເພັງເດືອນ8 - ảnh 1
(ພາບປະກອບ)

(vovworld) - ​ ​ ຕອນ​ຄຳ່ວັນທີ 13/09 ຢູ່ສູນວາງສະແດງວັດທະນະທຳສີລະປະກຳ ຫວຽດນາມ ໄຂ​ງານ​ບຸນ​ໄຫວ້​ພະຈັນວັນ​ເພັງ​ເດືອນ 8 ປີ 2016. ລາຍການ​ໂດຍ​ສູນ​ວາງສະ​ແດງ​ວັດທະນະທຳ​ສີ​ລະ​ປະ ຫວຽດນາມ ສົມທົບ​ກັບ​ຫໍພິພິດທະພັນ​ແມ່ຍິງ ຫວຽດນາມ ​ແລະ ກຸ່ມ​ແມ່ຍິງ​ປະຊາ​ຄົມ ອາ​ຊຽນ ຢູ່ ຮ່າ​ໂນ້ຍ (AWCH) ຈັດ​ຕັ້ງ. ງານ​ບຸນ​ໄຫວ້​ພະຈັນວັນ​ເພັງ​ເດືອນ 8 ປີ​ນີ້ ມີ​ຫລາຍ​ການ​ເຄື່ອນ​ໄຫວທີ່​ເປັນ​ເອກະລັກ​ສະ​ເພາະ​ຄື: ງານ​ວາງສະ​ແດງ​ໄດ້​ແນະນຳ​ກ່ຽວ​ກັບ​ສີສັນ​ວັດທະນະທຳ​ບຸນ​ໄຫວ້​ພະຈັນວັນ​ເພັງ​ເດືອນ 8 ຂອງ​ບັນດາ​ປະ​ເທດ ອາ​ຊຽນ.

        ​ແລະ​ກໍ່​ໃນ​ຕອນ​ຄຳ່​ວັນ​ທີ 13/09, ຢູ່​ສູນ​ກະຈາຍສຽງ​ແຫ່ງ​ຊາດ 58 ກວານ​ຊື໋ ຮ່າ​ໂນ້ຍ, ກຳມະບານ​ວິທະຍຸ​ກະຈາຍ​ສຽງ ຫວຽດນາມ ສົມທົບ​ກັບ​ໂຮງລະຄອນ​ໄວ​ໜຸ່ມ​ຈັດ​ຕັ້ງ​ລາຍ​ການ “ບຸນ​ໄຫວ້​ພະຈັນວັນ​ເພັງ​ເດືອນ 8” ​ໃຫ້​ພວກ​ຫຼານ​ນ້ອຍເຍົາວະ​ຊົນ.

       

ຂ່າວ/ບົດ​ອື່ນ