ບັນດາການເຄື່ອນໄຫວຢ່າງແທດຈິງມູ່ງໄປສູ່ທະເລໝູ່ເກາະຂອງປະເທດຊາດ

ບັນດາການເຄື່ອນໄຫວຢ່າງແທດຈິງມູ່ງໄປສູ່ທະເລໝູ່ເກາະຂອງປະເທດຊາດ - ảnh 1
ພາບປະກອບ:internet


(vovworld)- ​ໃນ“ງານລາຕີ​ຮູບ​ເງົາ​ມູ່ງ​ໄປ​ສູ່​ທະ​ເລ​ໝູ່​ເກາະ” ດຳ​ເນີນ​ໄປ​ໃນ​ຕອນ​ຄຳ່​ວັນ​ທີ 27/8 ຢູ່ ຮ່າ​ໂນ້ຍ,  ​ໄດ້​ສາຍ​ຮູບ​ເງົາ​ເລື່ອງ​ໃຫມ່​ເວົ້​າ​ເຖິງຊີວິດ​ຂອງ​ບັນດາ​ຊາວ​ປະມົງ​ດ້ວຍຄວາມຮັກ​ຕໍ່​ທະ​ເລ, ພ້ອມ​ແລ້ວ​ອອກ​ສູ່​ທະ​ເລ​​ໂດຍ​ບໍ່​ຫົວຊາ​ຕໍ່​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ​ທຸກ​ປະການ. ​ເນື່ອງ​ໃນ​ໂອກາດ​ນີ້ ກົມ​ຮູບ​ເງົາ ​ໄດ້​ມອບ​ຈຳນວນ​ເງິນ​ກວ່າ 400 ລ້ານ​ດົງ ​ເພື່ອ​ສະຫນັບສະຫນູນ​ບັນດາ​ຕຳຫລວດ​ປ້ອງ​ກັນ​ທະ​ເລ ​ແລະ ກຳລັງ​ກວດກາ​ການ​ປະມົງ ຫວຽດນາມ.

ກ່ອນ​ຫນ້າ​ນັ້ນ, ຕອນ​ບ່າຍ​ວັນ​ທີ 27/8, ຕຳຫລວດ​ປ້ອງ​ກັນ​ທະ​ເລ​ເຂດ 2 ​ໄດ້​ພົບ​ປະ​ແລກປ່ຽນ​ກັບ​ບັນດາ​ນັກຮຽນ​ໂຮງຮຽນ​ມັດ​ທະຍົມ​ຕອນ​ປາຍ​ຢູ່ ​ໂຮງຮຽນ ​ເລ​ກູ​ຍດົນ ນະຄອນ ບຽນ​ຮ່ວາ. ບັນດາ​ພວກ​ນ້ອງ​ນັກຮຽນ ​ໄດ້​ພົບ​ປະ, ​ແລກປ່ຽນ, ​ແບ່ງປັນ​ກັບ​ບັນດາ​ຕຳຫລວດ​ປ້ອງ​ກັນ​ທະ​ເລ​ທີ່​ຫາ​ກໍ​ສຳ​ເລັດ​ຫນ້າ​ທີ່​ດີ​ເດັ່ນ​ກັບ​ຄືນ​ເມືອ​ຈາກ​ເຂດ​ທະ​ເລ​ໝູ່​ເກາະ​ທີ່​ສັກກະ​ລະ​ບູຊາ​ຂອງ​ປະ​ເທດ​ຊາດ. ການ​ພົບ​ປະ​ແລກປ່ຽນ ​ໄດ້​ປຸກລຸກ​ນຳ້​ໃຈ​ຮັກ​ຊາດ, ພ້ອມ​ແລ້ວທີ່ຈະ​ອຸທິດ​ສ່ວນ, ​ເສຍສະຫລະ​ຂອງ​ລຸ້ນຫນຸ່ມ.

ຂ່າວ/ບົດ​ອື່ນ