ບັນດາການເຄື່ອນໄຫວວັດທະນະທຳຕ້ອນຮັບລະດູບານໃໝ່ຢູ່ຫຼາຍທ້ອງຖິ່ນດຳເນີນໄປຢ່າງຟົດຟື້ນມ່ວນຊື່ນ

(VOVWORLD) -ວັນທີ 10 ກຸມພາ (ກົງກັບວັນທີ 06 ບຸນເຕັດປີກຸນ), ຢູ່ຫໍພິພິທະພັນຊົນເຜົ່າວິທະຍາຫວຽດນາມ, ນະຄອນຫຼວງຮ່າໂນ້ຍ, ໄດ້ຈັດລາຍການ “ຕ້ອນຮັບລະດູບານໃໝ່ປີກຸນ: ສີສັນວັດທະນະທຳ ບັ໊ກຢາງ”.

ເຂົ້າຮ່ວມລາຍການ, ແຂກທ່ອງທ່ຽວໄດ້ມີໂອກາດຊອກຮູ້ກ່ຽວກັບຊາວເຜົ່າ ນຸ່ງ, ຊ໊ານຢິ່ວ, ຫວຽດ ຜ່ານບັນດາທຳນອງເພງພື້ນເມືອງ; ເຂົ້າຮ່ວມການລະຫຼີ້ນພື້ນເມືອງ; ການຂໍຕົວໜັງສືຍາມຕົ້ນປີໃໝ່ ແລະ ຊອກຮູ້ຄວາມໝາຍ, ຮີດຄອງປະເພນີຂອງຊົນເຜົ່າ.

        ໃນວັນດຽວກັນ, ຢູ່ໝູ່ບ້ານອາຊີບ ກິມໂບ່ງ, ຕາແສງ ເກີມກິມ, ນະຄອນໂຮ້ຍອານ, ແຂວງກວາງນາມ ໄດ້ດຳເນີນພິທີບູຊາຜູ້ກໍ່ຕັ້ງອາຊີບເຮັດເຄື່ອງເຟີນີເຈີ. ອາຊີບນີ້ໄດ້ກຳເນີດຂຶ້ນນັບແຕ່ສະຕະວັດທີ 15 ຈາກບັນດານາຍຊ່າງທີ່ມາຈາກເຂດທົ່ງພຽງພາກເໜືອ ແລະ ເຂດ ແທງຮ໊ວາ, ເງະຕິ້ງ ອົບພະຍົບເຂົ້າມາຂຸດຄົ້ນປ່າອັນຮົກເຮື້ອໃນເຂດນີ້ເພື່ອກໍ່ຕັ້ງອາຊີບ.

        ສ່ວນຢູ່ຕາແສງ ມາຍເຈົາ, ແຂວງຮ່ວາບິ່ງ ໄດ້ຈັດງານບຸນ ເກົ່າຕ່າວ ປີ 2019. ເຂົ້າຮ່ວມງານບຸນ ເກົ່າຕ່າວ, ແຂກທ່ອງທ່ຽວຈະໄດ້ຮັບຊົມບັນດາລາຍສະແດງສິລະປະທີ່ເປັນເອກະລັກສະເພາະ, ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳຂອງຊາວເຜົ່າ ມົ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ