ບັນດາການເຄື່ອນໄຫວວັດທະນະທຳສິລະປະທີ່ຟົດຟື້ນເນື່ອງໃນໂອກາດວັນຊາດທີ 02 ກັນຍາຢູ່ທ້ອງຖິ່ນຕ່າງໆ

(VOVWORLD) -ເພື່ອຂ່ຳນັບຮັບຕ້ອນວັນຊາດທີ 02 ກັນຍາ, ຢູ່ຮ່າໂນ້ຍ ໄດ້ປັກທຸງ, ດອກໄມ້, ປ້າຍຄຳຂວັນຢູ່ຖະໜົນຫຼາຍສາຍ. ມີການເຄື່ອນໄຫວວັດທະນະທຳ, ບັນເທິງຫຼາຍຢ່າງໄດ້ຮັບຈັດຕັ້ງຢູ່ໃນບໍລິເວນນະຄອນ, ອັນໄດ້ດຶງດູດປະຊົນນະຄອນ ແລະ ນັກທ່ອງທ່ຽວເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.

ບັນດາການເຄື່ອນໄຫວວັດທະນະທຳສິລະປະທີ່ຟົດຟື້ນເນື່ອງໃນໂອກາດວັນຊາດທີ 02 ກັນຍາຢູ່ທ້ອງຖິ່ນຕ່າງໆ - ảnh 1(ພິທີແຕ່ງດອງລວມໝູ່ໃຫ້ບາວຊາວ 100 ຄູ່ໃນບັນຍາກາດອົບອຸ່ນ, ມ່ວນຊື່ນ)

ຢູ່ຖະໜົມທາງຍ່າງອ້ອມໜອງ ຮ່ວານກ໊ຽມ ໄດ້ມີການເຄື່ອນໄຫວເປັນເວລາ 3 ວັນຂອງວັນບຸນ, ອັນໄດ້ດຶງດູດຜູ້ເຂົ້າຮ່ວມນັບພັນເທື່ອຄົນມາຢ້ຽມຢາມ, ລະຫຼິ້ນ. ສ່ວນຢູ່ຖະໜົນທາງຍ່າງ ຈິ້ງກົງເຊີນ, ມີເວທີສະແດງຢູ່ກາງແຈ້ງ ມິ້ດິ່ງ… ໃນຕອນຄ່ຳໄດ້ດຳເນີນບັນດາລາຍການສະແດງສິລະປະ, ຟ້ອນລຳທຳເພງ ໂດຍບັນດາໂຮງລະຄອນ, ກອງສິລະປະກອນປະຕິບັດ.

        ສ່ວນຢູ່ນະຄອນໂຮ່ຈິມິນ, ຕອນເຊົ້າວັນທີ 02 ກັນຍາ, ສູນໜູນຊ່ວຍຊາວໜຸ່ມ, ກຳມະກອນນະຄອນໂຮ່ຈິມິນ ໄດ້ຈັດພິທີແຕ່ງດອງລວມໝູ່ໃຫ້ບາວຊາວ 100 ຄູ່ໃນບັນຍາກາດອົບອຸ່ນ, ມ່ວນຊື່ນ.

        ໃນລະຫວ່າງວັນທີ 01 – 02 ກັນຍາ, ຢູ່ຫໍພິພິດຕະພັນວັດທະນະທຳບັນດາຊົນເຜົ່າຫວຽດນາມ ຢູ່ທາຍງວຽນ ໄດ້ຈັດການເຄື່ອນໄຫວວັດທະນະທຳຫຼາຍຢ່າງເພື່ອຮັບໃຊ້ນັກທ່ອງທ່ຽວຄື: ຟ້ອນຕຸກກະຕານ້ຳ, ຂຽນຕົວໜັງສືຈີນ, ຈັດຕັ້ງບັນດາການລະຫຼິ້ນພື້ນເມືອງ…

        ແລະກໍ່ໃນໂອກາດນີ້, ຢູ່ຫໍພິພິດຕະພັນດ່ານັ້ງ ໄດ້ຈັດລາຍງານຕະຫຼາດເຄື່ອງບູຮານດ່ານັ້ງ ຄັ້ງທີ 5 ຢູ່ໃນບໍລິເວນຂອງຫໍພິພິດຕະພັນ…

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ