ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດປະທານ ໂຕນດຶກທັງ

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດປະທານ ໂຕນດຶກທັງ (20 ສິງຫາ 1888 – 20 ສິງຫາ 2018)

ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດປະທານ ໂຕນດຶກທັງ - ảnh 1ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດປະທານ ໂຕນດຶກທັງ

(ພາບ: baoangiang)

ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງອານຢາງ, ເຊິ່ງເປັນບ້ານເກີດຂອງປະທານໂຕນດຶກທັງ ໄດ້ຈັດຕັ້ງການເຄື່ອນໄຫວແທດຈິງຫຼາຍຢ່າງຄື: ລາຍການສະແດງວັດທະນະທຳສິລະປະ, ແຂ່ງຂັນກິລາກາຍຍະກຳ, ການແຂ່ງຂັນອອກແຮງງານທຳການຜະລິດ, ການເຄື່ອນໄຫວຕອບບຸນແທນຄຸນ.

        ຂະແໜງວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ໄດ້ຈັດງານແຂ່ງຂັນພາບຮູບຖ່າຍສິລະປະເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ຄັ້ງທີ 33 ປີ 2018 ຢູ່ແຂວງ ອາຢາງ, ຄັດເລືອກ ແລະ ຈັດຕັ້ງງານວາງສະແດງພາບຖ່າຍຢູ່ນະຄອນເຈົາດົກ, ນະຄອນລອງຊວຽນ. ນອກນັ້ນຍັງມີບັນດາການເຄື່ອນໄຫວຄື: ການສະແດງສິລະປະ, ງານວາງສະແດງເອກະສານກ່ຽວກັບປະທານໂຕນດຶກທັງ, ສັບປະດາວັດທະນະທຳ ແລະ ທ່ອງທ່ຽວ ເນື່ອງໃນໂອກາດສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດປະທານ ໂຕນດຶກທັງ. ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງອານຢາງ ໄດ້ດຳເນີນການກໍ່ສ້າງຖານ ແລະ ຮູບປັ້ນປະທານ ໂຕນດຶກທັງ ຢູ່ສະໜາມຫຼວງເຂດຕົວເມືອງ Golden City. ກິດຈະກຳດັ່ງກ່າວໄດ້ຮັບການກະກຽມນັບແຕ່ຕົ້ນປີ 2018 ແລະ ໄດ້ຮັບການລົງທຶນປະຕິບັດໃນປີ 2019 – 2020.

ການພົບປະສັງສັນສະເຫລີມສະຫລອງ 130 ປິແຫ່ງວັນຄ້າຍວັນເກີດປະທານ ໂຕນດຶກທັງ

ຕອນບ່າຍວັນທີ 14 ສິງຫາ ຢູ່ ຮ່າໂນ້ຍ, ຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຈັດຕັ້ງການພົບປະສັງສັນທົບທວນຄືນຊີວິດ ແລະ ພາລະກິດປະຕິບັດຂອງທ່ານໂຕນດຶກທັງ ປະທານປະເທດ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເນື່ອງໃນໂອກາດສະເຫລີມສະຫລອງ 130 ປີແຫ່ງວັນຄ້າຍວັນເກີດຂອງທ່ານ (20 ສິງຫາ ປີ 1888- 20 ສິງຫາ ປີ 2018).

ທີ່ການພົບປະ, ບັນດາຜູ້ແທນຢືນຢັນວ່າ: ທ່ານໂຕນດຶກທັງ ປະທານປະເທດ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ  ໄດ້ມີຄຸນງາມຄວາມດີ, ການປະກອບສ່ວນອັນໃຫຍ່ຫລວງຕໍ່ພາລະກິດປະຕິວັດຂອງພັກກອມມູນິດຫວຽດນາມ, ຂອງຊາດ ແລະ ກໍ່ສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ຂະບວນການກອມມູນິດ ແລະ ກຳມະກອນສາກົນ, ຂະບວນການປົດປ່ອຍຊາດ ແລະ ຂະບວນການຕໍ່ສູ້ຂອງປະຊາຊົນກ້າວຫນ້າເພື່ອສັນຕິພາບ, ເອກະລາດ, ປະຊາທິປະໄຕ ແລະ ກ້າວຫນ້າໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ