ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 42 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ

ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 42 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ - ảnh 1
(ພາບ​ປະ​ກອບ / TTXVN)

(vovworld) - ​​ສະ​ເຫຼີມ​ສະຫຼອງ 42 ປີ​ແຫ່ງວັນ​ປົດ​ປ່ອຍພາກ​ໃຕ້​ຢ່າງ​ສົມ​ບູນ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ (30/04/1975 – 30/04/2017), ວັນ​ທີ 27/04 ຜູ້​ຕາງ​ໜ້າ​ການ​ນຳ​ແຂວງ ລອງ​ອານ ​ໄດ້ຖະ​ຫວາຍ​ທູບ​ທຽນ​ຢູ່​ສຸ​ສານ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ແຂວງ, ສະ​ແດງ​ເຄົາ​ລົບ​ຄວາມ​ຮູ້​ບຸນ​ຄຸນ, ​ບັນ​ດາ​ລຸ້ນ​​ກ່ອນ ທີ່ໄດ້​ຕໍ່​ສູ້​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ພາ​ລະ​ກິດ​ປົດ​ປ່ອຍ​ຊາດ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ ແລະ ລັດ​ທິ​ສັງ​ຄົມ​ນິ​ຍົມ. ເນື່ອງ​ໃນ​ໂອ​ກາດນີ້ ບັນ​ດາ​ທ້ອງ​ຖິ່ນ​ໃນ​ແຂວງກໍ່​ຈັດ​ຕັ້ງ​ການ​ຢ້ຽມ​ຢາມ, ມອບ​ຂອງ​ຂວັນ, ມອບ​ເຮືອນ​ແຫ່ງ​ສາຍ​ຈິດ​ມິດ​ໃຈ​ໃຫ້​ແກ່​ບັນ​ດາ​ເປົ້າ​ໝາຍ​ນະ​ໂຍ​ບາຍ. ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ​ແຂວງ ລອງ​ອານ ກໍ່​ຈັດ​ຕັ້ງ​ການກວດ, ປິ່ນ​ປົວ​ພະ​ຍາດ ແລະ ສະ​ໜ​ອງ​ຢາ​ໂດຍບໍ່​ເສຍ​ຄ່າ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​​ຜູ້ທຸກ​ຍາກ, ລູກຫຼານ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ເຂດ​ຊາຍ​ແດນ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ. ທີ່​ແຂວງ ຫວີງ​ລອງ, ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ແຂວງ​ຈັດ​ຕັ້ງ​ພິ​ທີ​ປະ​ກາດ​ປຶ້ມ “ພູມ​ສາດ​ຫວີງ​ລອງ” ແລະ “ຫວີງ​ລອງ ເຂດ​ດິນ​ແດນ ແລະ ມະ​ນຸດ”. ບັນ​ດາ​ປຶ້ມ​ດັ່ງ​ກ່າວ ສະ​ໜອງ​ຂໍ້​ມູນ​ຂ່າວ​ທີ່​ມີ​ປະ​ໂຫຍດ​ກ່ຽວ​ກັບ​ດ້ານ​ພູ​ມ​ສາດ, ເສດ​ຖະ​ກິດ, ປະ​ຫວັດ​ສາດ, ການ​ເມືອງ…ຂອງ​ແຂວງ ຫວີງ​ລອງ ນັບ​ແຕ່​ສະ​ໄໝ​ດຶກ​ດຳ​ບັນ​ຈົ​ນ​ຮອດ​ຊຸມ​ປີ​ຕົ້ນ​ສະ​ຕະ​ວັດ​ທີ 21.

        ເຈືອ​ຈານ​ໃນ​ບັນ​ຍາ​ກາດ​ສະ​ເຫຼີມ​ສະຫຼອງວັນ​ບຸນ​ໃຫຍ່​ຂອ​ງ​ຊາດ, ວັນ​ທີ 27/04 ສະ​ຖານ​ທູດ ຫວຽດ​ນາມ ປະ​ຈ​ຳ ສ.ເກົາຫຼີ ຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະຫຼອງ 42 ປີ​ແຫ່ງວັນ​ປົດ​ປ່ອຍ​ພາຍ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ.


ຕອບກັບ

ຂ່າວ/ບົດ​ອື່ນ