ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 60 ປີແຫ່ງ ໄຊຊະນະດ້ຽນບຽນຝູ

   ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 60 ປີແຫ່ງ ໄຊຊະນະດ້ຽນບຽນຝູ - ảnh 1
ງານ​ວາງສະ​ແດງ “ ສະໜາມຮົບ​ພາກ​ໃຕ້​ກັບ​ໄຊຊະນະ​ດ້ຽນບຽນ​ຝູ”

(vovworld)- ຕອນ​ເຊົ້າວັນ​ທີ 24/4, ຢູ່ຫໍພິພິທະພັນກຳລັງປະກອບອາວຸດເຂດ ທາງຕາເວັນອອກພາກ​ໃຕ້, ​ໄດ້​ໄຂ​ງານ​ວາງສະ​ແດງ “ ສະໜາມຮົບ​ພາກ​ໃຕ້​ກັບ​ໄຊຊະນະ​ດ້ຽນບຽນ​ຝູ”. ງານ​ວາງສະ​ແດງ​ໄດ້​ແນະນຳ​ຮູບ​ຈຳລອງ​ການ​ບຸກ​ໂຈມ​ຕີ 12 ຄັ້ງ, ພາບ​ຖ່າຍ 98 ​ແຜ່ນ, ວັດຖຸ​ພັນ 36 ຢ່າງ ​ແລະ ປຶ້ມ​ອ່ານ, ​ເອກະສານ​ຢ່າງ​ຫຼວງ​ຫຼາຍ, ​ໃນ​ນັ້ນ​ຕ້ອງ​ເວົ້າ​ເຖິງ​ຮູບ​ພາບ​ຂອງ​ທ່ານ​ພົນ​ເອກ​ວໍ້​ງວຽນ​ຢາ​ບ. ທ່ານ ຫງວຽນ​ຕວນ​ເກືອ​ງ ຜູ້​ມາ​ຊົມງານ​ວາງສະ​ແດງ ​ໃຫ້​ຮູ້​ວ່າ :

 “ ນີ້​ເປັນ​ຄັ້ງ​ທີ 2 ທີ່​ຂ້າພະ​ເຈົ້າ​ໄດ້​ເຂົ້າ​ຮ່ວມ ງານ​ວາງສະ​ແດງ​ຄັ້ງ​ນີ້. ມາ​ຊົມ ງານ​ວາງສະ​ແດງ​ແຕ່ລະ​ເທື່ອ, ຕ່າງ​ກໍ​ໄດ້​ເຫັນ​ພາບ​ຖ່າຍ​ເຫຼົ້າ​ນັ້ນ ອັນ​ໄດ້​ເຮັດ​ໃຫ້​ຂ້າພະ​ເຈົ້າ​ມີ​ຄວາມ​ຕື້ນ​ຕັນ​ໃຈ​ເປັນ​ພິ​ເສດ. ຂ້າພະ​ເຈົ້າ​ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ເມື່ອ​ເປັນ​ນັກຮົບ​ໃນ​ກອງທັບ​ປະຊາຊົນ​ຫວຽດນາມ ​ແລະ ຫວັງ​ວ່າ ຄົນ​ລຸ່ນໜຸ່ມ​ປະຈຸ​ບັນ ​ແລະ ​ໃນ​ພາຍ​ພາກ​ໜ້າຈະ​ສືບ​ທອດ ​ແລະ ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ຂອງ​ຄົນ​ລຸ່ນກ່ອນໆ ”

   ຕອນ​ເຊົ້າ​ວັນ​ດຽວ​ກັນ, ໜັງສືພິມ ກວນ​ໂດ້ຍ​ເຍີນ​ເຢີ​ນ ສຽງ​ຂອງ​ກອງທັບ​ປະ​ຊາ​ຊົນ​ຫວຽດນາມ ​ໄດ້​ສົມທົບ​ກັບ​ສະຫະພັນ​ລົດຖີບ-ລົດຈັກ​ກິລາ​ຫວຽດນາມ ຈັດການ​ປະຊຸມ​ຂ່າວ ກ່ຽວ​ກັບ​ການ​ແຂ່ງ​ລົດຖີບ​ທົ່ວປະ​ເທດ​ເປີດ​ກ້ວາງ ຊຶ່ງ​ຈະ​ຖືກ​ຈັດ​ຂຶ້ນ​ແຕ່​ວັນ​ທີ 1 ຫາ​ວັນ 8/5 ຊຶ່ງ​ເລີ່ມຈາກ​ຮ່າ​ໂນ້ຍ ​ແລະ ສິ້ນ​ສຸດ​ລົງ​ຢູ່​ນະຄອນ​ດ້ຽນບຽນ​ຝູ. ທ່ານ​ພົນ​ຕີ ​ເລ​ຟຸກງວຽນ ບັນນາທິການ​ໃຫຍ່ ໜັງສືພິມ ກວນ​ໂດ້ຍ​ເຍີນ​ເຢີ​ນ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ໃຫ້​ຮູ້​ວ່າ :  

   “ການ​ແຂ່ງ​ລົດຖີບກັບ​ເມືອ ດ້ຽນບຽນ ​ແມ່ນ​ແນ​ໃສ່​ສະ​ແດງ​ຄວາມ​ຮູ້​ບູນຄຸນ​ຂອງ​ລຸ່ນຄົນ​ປະຈຸ​ບັນ​ທີ່​ມີ​ຕໍ່​ຄົນ​ລຸ່ນກ່ອນໆ​ໂດຍ​ຜ່ານ​ການ​ເຄື່ອນ​ໄຫວ​ກິລາ. ນີ້​ແມ່ນ​ການ​​ແຂ່ງ​ລົດຖີບ​​ໄດ້​ຮັບ​ການ​ກະກຽມ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ​ຈາກ​ບັນດາ​ທິມ​ເຂົ້າ​ຮ່ວມ​ ​ເພື່ອ​ຍາດ​ໄດ້ຜົນ​ງານ​ສູງ​ສຸດ. ຂ້າພະ​ເຈົ້າຄິດ​ວ່າ ນີ້​ແມ່ນ​ຄວງາມ​ຕັດສິນ​ໃຈ​ຂອງ​ບັນດາ​ນັກ​ກິລາ ​ແລະ ນີ້​ກໍ​ແມ່ນ​ວິທີ​ສະ​ແດງ​ນ້ຳ​ໃຈ “ ດ້ຽນບຽນ​ຝູ” ຂອງ​ບັນດານັກກິລາ ”

ຂ່າວ/ບົດ​ອື່ນ