ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 72 ປີແຫ່ງວັນສ້າງຕັ້ງວິທະຍຸກະຈາຍສຽງ ຫວຽດນາມ

(VOVWORLD) - ຕອນຄ່ຳວັນທີ 6 ກັນຍາ, ຢູ່ຮ່າໂນ້ຍ, ວິທະຍຸກະຈາຍສຽງ  ຫວຽດນາມ (VOV) ໄດ້ຈັດຕັ້ງພິທີ ສະເຫຼີມສະຫຼອງ 72 ປີແຫ່ງວັນສ້າງຕັ້ງ (7/9/1945 -7/9/2017) ແລະ ພິທີມອບລາງວັນກະຈາຍສຽງ ຫວຽດນາມ ຄັ້ງທີ 1. 
ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 72 ປີແຫ່ງວັນສ້າງຕັ້ງວິທະຍຸກະຈາຍສຽງ ຫວຽດນາມ - ảnh 1 ທ່ານ ຫງວຽນເທ໋ກີ້, ຜູ້ອຳນວຍການໃຫຍ່ VOV 

ກ່່າວຄຳເຫັນທີ່ພິທີ, ທ່ານ ຫງວຽນເທ໋ກີ້, ຜູ້ອຳນວຍການໃຫຍ່ VOV ໄດ້ຫວນຄືນວິວັດແຫ່ງການສ້າງຕັ້ງ ແລະ ພັດທະນາພ້ອມກັບບັນດາຜົນງານພົ້ນເດັ່ນໃນຕະຫຼອດ 72 ປີຜ່ານມາຂອງ VOV. ກ່ຽວກັບການກຳນົດທິດໃນໄລຍະຈະມາເຖິງ, ທ່ານ ຫງວຽນເທ໋ກີ້, ຜູ້ອຳນວຍການໃຫຍ່ VOV ເນັ້ນໜັກວ່າ:

        “ຊຸມປີຈະມາເຖິງ, ການບຸລິມະສິດກະຈາຍຄື້ນ FM ຕ້ອງຄິດໄລ່ຊັ່ງຊາໃຫ້ກ້ວາງໄກກ່ວາເພື່ອກ້າວເດີນຢ່າງທັນກັບພາກພື້ນ ແລະ ໂລກ. ໝູນໃຊ້ທ່າແຮງ, ດ້ານຕັ້ງໜ້າຂອງສື່ສັງຄົມອອນລາຍເພື່ອນຳຂໍ້ມູນຂ່າວສານຂອງ VOV ເຖິງມະຫາຊົນ. ສຸມໃສ່ປ່ຽນໃໝ່, ຍົກສູງຄຸນນະພາບດ້ານເນື້ອໃນ, ຮູບການບັນດາລາຍການກະຈາຍສຽງ, ໂທລະພາບ, ສິ່ງພິມ, ສື່ເອເລັກໂຕນິກ. ປ່ຽນໃໝ່ຢ່າງແຮງບັນດາການເຄື່ອນໄຫວດ້ານການເງິນ ຂອງ VOV ຕາມທິດເພີ່ມແຫຼ່ງລາຍຮັບ, ໃຫ້ບຸລິມະສິດຕໍ່ບັນດາຄວາມຕ້ອງການພັດທະນາພາລະກິດ, ປັບປຸງຊີວິດການເປັນຢູ່ຂອງພະນັກງານ, ນັກຂ່າວ, ບັນນາທິການ, ນັກສິລະປິນ, ນັກເຕັກນິກ ແລະ ຜູ້ອອກແຮງງານ.”

ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 72 ປີແຫ່ງວັນສ້າງຕັ້ງວິທະຍຸກະຈາຍສຽງ ຫວຽດນາມ - ảnh 2 ບັນດານັກປະພັນໄດ້ຮັບລາງວັນ

        ກໍ່ທີ່ພິທີ, ທ່ານ ຫວໍວັນເຖືອງ, ກຳມະການກົມການເມືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງໄດ້ມອບຂອງຂວັນໃຫ້ບັນດານັກປະພັນທີ່ໄດ້ຮັບລາງວັນ ໂຮ່ຈີມິນ ແລະ ລາງວັນຂອງລັດກ່ຽວກັບວັນນະຄະດີ ສິລະປະປີ 2017.

ຕອບກັບ

ຂ່າວ/ບົດ​ອື່ນ