ບັນດາການເຄື່ອນໄຫວສະເຫຼີມສະຫຼອງ86ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ

ບັນດາການເຄື່ອນໄຫວສະເຫຼີມສະຫຼອງ86ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ - ảnh 1
ການ​ສະ​ເຫຼີມ​ສະຫຼອງ 86 ປີ​ແຫ່ງວັນ​ສ້າງ​ຕັ້ງ​ຄະ​ນະ​ຊາວ​ໜຸ່ມກອມ​ມູນ​ິດ ໂຮ່​ຈີ​ມິນຢູ່ ສະ​ຫະ​ພັນ​ລັດ​ເຊຍ

(vovworld) – ​​​ ​ ​ຕອນ​ຄ​່ຳ​ວັນ​ທີ 26/3, ຄະ​ນະ​ຊາວ​ໜຸ່ມ​ນະ​ຄອນ ໂຮ່​ຈີ​ມິນ ໄດ້​ຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 86 ປີ​ແຫ່ງວັນ​ສ້າງ​ຕັ້ງ​ຄະ​ນະ​ຊາວ​ໜຸ່ມກອມ​ມູນ​ິດ ໂຮ່​ຈີ​ມິນ ແລະ ມອບ​ລາງວັນ ໂຮ່​ຫາວ​ເຮີ໋ນ (ເຊິ່ງ​ແມ່​ນ​ລາງວັນ​​ທີ່​ມີຊື່​ຂອງ​ເລ​ຂາ​ຄະ​ນະ​ຊາວ​ໜຸ່ມ​ຜູ້​ທຳ​ອິດ​ຂອງ​ນະ​ຄອນ ໂຮ່​ຈີ​ມິນ). ລາງວັນ​ຄັ້ງ​ນີ້​ໄດ້​ມອບ​ໃຫ້ 6 ໝູ່​ຄະ​ນະ​ທີ່​ມີ​​ຂໍ​ລິ​ເລີ່​ມໃໝ່, ໝ​ູນ​ໃຊ້​ໃນ​ພຶດ​ຕິ​ກຳ​ຕົວ​ຈິງບັນ​ລຸ​ຜົນ​ສຳ​ເລັດ ແລະ ມີ​​ຫົວ​ເລື່ອງ​ຄົ້ນ​ຄ້​ວາ​ກ່ຽວ​ກັບ​ວຽກ​ງານ​ຊາວ​ໜຸ່ມ ປະ​ກອບ​ສ່ວນ​ໃຫ້​​ແກ່ການ​ພັດ​ທະ​ນາ​ຂອງ​ອົງ​ການ​ຊາວ​ໜຸ່ມ.

        ວ​ັນ​ທີ 26/3, ຢູ່​ສູນ​ວັດ​ທະ​ນະ​ທຳ - ການ​ຄ້າ ຮ່າ​ໂນ້ຍ - ມົດ​ສະ​ກູ ຢູ່​ນະ​ຄອນຫຼວງມົດ​ສະ​ກູ​ຂອງ​ສະ​ຫະ​ພັນ​ລັ​ດ​ເຊຍ, ຄະ​ນະກຳ​ມະ​ການ​ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ ໂຮ່​ຈີ​ມິນ ຢູ່​ສະ​ຫະ​ພັນ​ລັດ​ເຊຍ ໄດ້​ຈັດ​ຕັ້ງ​ງານ​ໂຮມ​ຊຸມ​ນຸມ​ສະ​ເຫຼີມ​ສະຫ​ລອງ 86 ປີ​ແຫ່ງວັນ​ສ້າງ​ຕັ້ງ​ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ ໂຮ່​ຈີ​ມິນ. ກ່າ​ວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ ເລ​ແອງ​ຢູຍ, ເລ​ຂາ​​ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ ຫວຽດ​ນາມ ຢູ່​ສະ​ຫະ​ພັນ ລັ​ດ​ເຊຍ, ເນັ້ນ​ໜັກ​ວ່າ:

        “ບັນ​ດາ​ສະ​ມາ​ຊິກ​​ຊາວ​ໜຸ່ມ ມີ​ໜ້າ​ຢູ່​ທີ່ນີ້ ກໍ່​ຄື​ໄວ​ໜຸ່ມ ຫວຽດ​ນາມ ຢູ່​ສະ​ຫະ​ພັນ ລັດ​ເຊຍ ໄດ້​ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ອັນ​ດີ​ງາມ​ຂອງ​ໄວ​ໜຸ່ມ​ໃນ​ທົ່ວ​ປະ​ເທດ, ສູ້​ຊົນ​ຝຶກ​ຝົນຫຼໍ່ຫຼອມ​ໃຫ້​ດີ ແລະ ຮ່ຳ​ຮຽນ​ຢ່າງບໍ່​ຢ​ຸດ​ຢັ້ງ​ເພື່ອ​ປະ​ຕິ​ບັດ​ໜ້າ​ທີ່​ໃຫ້​ສຳ​ເລັດ. ຍົ​ກ​ສູງ​ຄວາມ​ຮູ້ ແລະ ປຸກ​ລຸກ​ ຄວາມເອກອ​້າງ​ທະ​ນົງ​ໃຈ​ໃນ​ໝ​ູ່ໄວ​ໜຸ່ມ​ ກ່ຽວ​ກັບ​ມູນ​ເຊື້ອ​ທີ່​ອົງ​ອາດ​ກະ​ຫານ​ຂອງ​ພັກ, ຂອງ​ຊາດ ແລະ ຂອງ​ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ ໂຮ່​ຈີ​ມິນ, ປະ​ກອບ​ສ່ວນ​ເພິ່ມ​ພູ​ນ​ຄຸນ​ສ້າງ​ຄວາມ​ເຊື່ອ​ໝັ້ນ, ຄວາມ​ຮັບ​ຜິດ​ຊອບ​ຂອງ​ໄວ​ໜຸ່ມ​ໃນ​ໄລ​ຍະ​ໃໝ່”

        ວັນ​ທີ 26/3, ສະ​ຖານ​ທ​ູດ ຫວຽດ​ນາມ ປະ​ຈຳ ໂຮ​ນ​ລັງ ກໍ່​ໄດ້​ພົບ​ປະ​ກັບ​ສະ​ມາ​ຄົມ​ນັກ​ສຶກ​ສາ ຫວຽດ​ນາມ ປະ​ຈຳ ໂຮນ​ລັງ ແລະ ຜູ້​ຕາງ​ໜ້າ​ນັກ​ສຶກ​ສາ ຫວຽດ​ນາມ ໃນ​ທົ່ວ​ປະ​ເທດ ໂຮນ​ລັງ.


ຂ່າວ/ບົດ​ອື່ນ