ບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນທະຫານເສຍອົງຄະ,ນັກຮົບເສຍສະຫຼະຊີວິດເພື່ອຊາດ

ບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນທະຫານເສຍອົງຄະ,ນັກຮົບເສຍສະຫຼະຊີວິດເພື່ອຊາດ - ảnh 1
(ພິ​ທີ​ອາ​ໄລ​ຫາ ແລະ ພິ​ທີ​ສວດ​ມົນ​ບັນ​ດາ
​ນັກ​ຮົບ​ວິ​ລະ​ຊົນ​ທີ່​ໄດ້ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ)

(vovworld) – ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 69 ປີ​ແຫ່ງວັນທະ​ຫານ​ເສຍ​ອົງ​ຄ​ະ,ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ (27/07/1947 – 27/07/2016), ຕອນ​ຄ່ຳ​ວັນ​ທີ 24/07, ຢູ່​ຮ່າ​ໂນ້ຍ, ໜັງ​ສື​ພິມກວນ​ໂດ້ຍ​ເຍີນ​ເຢີນ (​ສຽງ​ຂອງກອງ​ທັບ​ປະ​ຊາ​ຊົນ) ໄດ້​ສົມ​ທົບ​ກັບ​ສູນ​ກະ​ຈາຍ​ສຽງ - ໂທ​ລະ​ພາບກອງ​ທັບ ຈັດ​ຕັ້ງ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ດ້ວຍ​ຫົວ​ຂໍ້​ວ່າ “ປະ​ເທດ​ຊາດ​ຕອບ​ບຸ​ນ​ແທ​ນ​ຄຸນ”. ທ່ານ ຫງວຽນ​ເທ໋​ກີ, ຜູ້​ອຳ​ນວຍ​ການ​ໃຫຍ່​ວິ​ທະ​ຍຸ​ກະ​ຈາຍ​ສ​ຽງ​ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ​ລາຍ​ການ. ບັນ​ດາ​ຜູ້​ແທນ​ໄດ້​ຮັບ​ຊົມ​ບັນ​ດາ​ບົດ​ເພງ, ລາຍ​ການ​​ສິ​ລະ​ປະ​ຍ້ອງ​ຍໍ​ຄວາມ​ຮັກ​ຕໍ່​ບ້ານ​ເກີດ​ເມືອງນອນ, ປະ​ເທດ​ຊາດ, ການ​ອຸ​ທິດ​ສ່ວນ​ຂອງ​ບັນ​ດາ​ນັກ​ຮົບ​ທີ່​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ, ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ປະ​ເທດ​ຊາດ.

        ວັນ​ທີ 24/07, ຢູ່​ເຂດປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ​ສຸດ​ສູງ 995 ຈື​ຕານກ​ຣາ, ຕາ​ແສງ ອີ​ອາ ເ​ຊ, ແຂວງ ກອນ​ຕຸມ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ເມືອງ ຊ​າ​ໄທ່ ໄດ້​ສົມ​ທົບ​ກັບ​ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ​ແຂວງ ກອນ​ຕຸມ, ຄະ​ນະ​ຕິດ​ຕໍ່​ພົວ​ພັນກອງ​ພັນ​ໃຫຍ່ 209 ຈັດ​ຕັ້ງ​ພິ​ທີ​ອາ​ໄລ​ຫາ ແລະ ພິ​ທີ​ສວດ​ມົນ​ບັນ​ດາ​ນັກ​ຮົບ​ວິ​ລະ​ຊົນ​ທີ່​ໄດ້ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ.

        ແລະ​ກ​ໍ​ໃນ​ຕອນ​ຄ່ຳ​ວັນ​ທີ 24/07, ຢູ່​ແຂວງ ກວາງ​ບິ່ງ, ໄດ້​ຈັດ​ລາຍ​ການ​ສະ​ແ​ດງ​ສິ​ລະ​ປະ​ພິ​ເສດ​ທີ່​ມີ​ຊື່​ວ່າ “​ເທບ​ນິ​ຍາຍຍື່ນ​ຍົງ​ຄົງ​ຕົວ”, ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 69 ປີ​ແຫ່ງວັນທະ​ຫານ​ເສຍ​ອົງ​ຄ​ະ,ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ, 105 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີ​ດ​ພົນ​ເອກ ຫວ​ໍ​ງວຽນ​ຢ໋າບ (25/08/1911 – 25/08/2016). ບັນ​ດາ​ຜູ້​ແທນ​ ແລະ ປະ​ຊາ​ຊົນ​ມ​ມີ​ຄວາມຕື້ນ​ຕັນ​ໃຈ ແລະ ເອກ​ອ້າງ​ຖະ​ນົງ​ໃຈ​ເມື່ອ​ໄດ້​ຮັບ​ຊົມ​ສະ​ລະ​ຄະ​ດີ, ວີ​ດີ​ໂອ, ລາຍ​ການ​ສະ​ແດງ​ສິ​ລະ​ປະ​ທີ່​ວາດ​ພາບ​ເຖິງ​ຊີ​ວິດ, ພາ​ລະ​ກິດ​ຂອງ​ພົນ​ເອ​ກ ຫວ​ໍ​ງວຽນ​ຢ໋າບ.

ຂ່າວ/ບົດ​ອື່ນ