ບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນມໍລະດົກ ຫວຽດນາມ 23/11

(VOVWORLD) -  ງານວາງສະແດງໄດ້ສະແດງວັດຖຸພັນ, ຮູບພາບ ເກືອບ 100 ຢ່າງພ້ອມກັບບັນດາອຸປະກອນໜູນຊ່ວຍຄືພາບແຕ້ມ, ຮູບຈຳລອງສິລະປະ… 
ບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນມໍລະດົກ ຫວຽດນາມ 23/11 - ảnh 1ງານວາງສະແດງ, ແນະນຳ 4 ກຸ່ມວັດຖຸມີຄ່າແຫ່ງຊາດ ທັງລອງ - ຮ່າໂນ້ຍ

ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນມໍລະດົກວັດທະນະທຳ ຫວຽດນາມ, ວັນທີ 23 ພະຈິກ, ຢູ່ຫໍພິພິທະພັນ ຮ່າໂນ້ຍ, ໄດ້ດຳເນີນງານວາງສະແດງ, ແນະນຳ 4 ກຸ່ມວັດຖຸມີຄ່າແຫ່ງຊາດ ທັງລອງ - ຮ່າໂນ້ຍ.

        ແລະກໍ່ໃນວັນດຽວກັນ, ຢູ່ນະຄອນ ເຫ້ວ, ຫໍພິພິທະພັນວັດຖຸບູຮານ ພະລາຊະວັງເຫ້ວ, ສູນອະນຸລັກຮັກສາປູຊະນີຍະສະຖານ ກຸງເກົ່າເຫ້ວ ໄດ້ຈັດຕັ້ງງານວາງສະແດງ 100 ປີແຫ່ງວັນສ້າງຕັ້ງວັງ ອານດິ້ງ (1917 – 2017). ງານວາງສະແດງໄດ້ສະແດງວັດຖຸພັນ, ຮູບພາບ ເກືອບ 100 ຢ່າງພ້ອມກັບບັນດາອຸປະກອນໜູນຊ່ວຍຄືພາບແຕ້ມ, ຮູບຈຳລອງສິລະປະ…     ວັງ ອານດິ້ງ ແມ່ນກິດຈະກຳຂຶ້ນກັບເຂດປູຊະນີຍະສະຖານກຸງເກົ່າ ເຫ້ວ ໄດ້ຮັບການຮັບຮອງຈາກ UNESCO ວ່າ ແມ່ນມໍລະດົກວັດທະນະທຳໂລກ. ປະຈຸບັນ, ນີ້ແມ່ນບ່ອນວາງສະແດງບັນດາວັດຖຸພັນຕິດພັນກັບ ເຈົ້າຊີວິດ ຂາຍດິ້ງ ແລະ ຄອບຄົວເຈົ້າຊີວິດບ໋າວດ້າຍ.

ຕອບກັບ

ຂ່າວ/ບົດ​ອື່ນ