ບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນແມ່ຍິງສາກົນ 08/03

(VOVWORLD) - ຊຸກຍູ້ການເຂົ້າຮ່ວມ, ການຊີ້ນຳຂອງແມ່ຍິງເຂົ້າໃນການເຈລະຈານະໂຍບາຍທີ່ກ່ຽວຂ້ອງເຖິງລະບົບຮັບປະກັນຊີວິດສັງຄົມ, ການບໍລິການສາທາລະນະລັດ ແລະ ພື້ນຖານໂຄງລ່າງແບບຍືນຍົງ
ບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນແມ່ຍິງສາກົນ 08/03 - ảnh 1 ທີ່ກອງປະຊຸມສຳມະນາ (ພາບ: qdnd.vn)

ແມ່ຍິງຍັງບໍ່ທັນມີໂອກາດສຳຜັດກັບວຽກງານທີ່ດີຫລາຍຢ່າງ, ຍັງມີຊ່ອງຫວ່າງລະຫວ່າງເພດຍິງ ແລະ ເພດຊາຍໃນຕະຫລາດແຮງງານ. ນີ້ແມ່ນຂໍ້ສັງເກດຂອງບັນດາຜູ້ແທນຢູ່ກອງປະຊຸມສຳມະນາ “ເພີ່ມທະວີການຮັບປະກັນຊີວິດສັງຄົມ ແລະ ບັນດາການບໍລິການສາທາລະນະລັດ ແນໃສ່ຊຸກຍູ້ແມ່ຍິງເຂົ້າຮ່ວມຕະຫລາດແຮງງານ” ໂດຍກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມສົມທົບກັບອົງການສະຫະປະຊາຊາດປະຈຳ ຫວຽດນາມ ຈັດຕັ້ງໃນຕອນບ່າຍວັນທີ 07 ມີນາ ຢູ່ຮ່າໂນ້ຍ. ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ຍົກອອກຂໍ້ສະເໜີຕ່າງໆຄື: ຊຸກຍູ້ການເຂົ້າຮ່ວມ, ການຊີ້ນຳຂອງແມ່ຍິງເຂົ້າໃນການເຈລະຈານະໂຍບາຍທີ່ກ່ຽວຂ້ອງເຖິງລະບົບຮັບປະກັນຊີວິດສັງຄົມ, ການບໍລິການສາທາລະນະລັດ ແລະ ພື້ນຖານໂຄງລ່າງແບບຍືນຍົງ ເພື່ອເພີ່ມສະມັດຕະພາບ, ກາລະໂອກາດຂອງແມ່ຍິງເຮັດວຽກໃນພື້ນຖານເສດຖະກິດບໍ່ເປັນທາງການ…

        ແລະກໍ່ໃນວັນທີ 07 ມີນາ, ທີ່ຮ່າໂນ້ຍ, ຫໍພິພິທະພັນແມ່ຍິງ ຫວຽດນາມ ໄດ້ຈັດຕັ້ງພິທີຮັບວັດຖຸພັນຈາກທ່ານນາງ Nancy Hollander, ສະມາຊິກຄະນະປະຕິບັດງານແມ່ຍິງ ອາເມລິກາ ເຂົ້າຮ່ວມການພົບປະກັບແມ່ຍິງ ຫວຽດນາມ ຢູ່ ຢາກາກຕາ, ອິນໂດເນເຊຍ ເມື່ອປີ 1965.

        ແລະກໍ່ໃນວັນດຽວກັນ, ສະຫະພັນແມ່ຍິງແຂວງ ຢາລາຍ ໄດ້ຈັດຕັ້ງພິທີປຸກລະດົມປີແຫ່ງຄວາມປອດໄພໃຫ້ແກ່ແມ່ຍິງ ແລະ ເດັກນ້ອຍ ດ້ວຍຫົວຂໍ້ທີ່ວ່າ “ຄວາມປອດໄພໃຫ້ແມ່ຍິງ, ເດັກນ້ອຍໃນຄອບຄົວ, ໂຮງຮຽນ ແລະ ສັງຄົມ”, ແນໃສ່ຍົກສູງສະຕິຄວາມຮັບຮູ້ຂອງປະຊາຄົມກ່ຽວກັບຄວາມປອດໄພໃຫ້ແມ່ຍິງ, ເດັກນ້ອຍໃນຄອບຄົວ, ໂຮງຮຽນ ແລະ ສັງຄົມໃນບໍລິເວນແຂວງ.

ຕອບກັບ

ຂ່າວ/ບົດ​ອື່ນ