ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມ AMMW ຄັ້ງທີ 3

(VOVWORLD) -ກອງປະຊຸມປຶກສາຫາລື ຄັ້ງທີ 5 ລະຫວ່າງ ຄະນະກຳມະການແມ່ຍິງ ອາຊຽນ (ACW) ກັບຄະນະກຳມະການຊຸກຍູ້ສົ່ງເສີມ ແລະ ປົກປ້ອງສິດທິຂອງແມ່ຍິງ ແລະ ເດັກນ້ອຍ ອາຊຽນ (ACWC) ໄດ້ຈັດຂຶ້ນໃນວັນທີ 21 ຕຸລາ ທີ່ຮ່າໂນ້ຍ.

ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມ AMMW ຄັ້ງທີ 3 - ảnh 1 ກອງປະຊຸມປຶກສາຫາລື ຄັ້ງທີ 5

(ພາບ: laodongxahoi)

ນີ້ແມ່ນກອງປະຊຸມປຶກສາຫາລືປະຈຳໄລຍະ ຄັ້ງທີ 5 ລະຫວ່າງ ສອງຄະນະກຳມະການ ຈັດໂດຍກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ສົມທົບກັບ ຄະນະເລຂາທິການ ອາຊຽນ, ເຊິ່ງແມ່ນໜຶ່ງໃນບັນດາການເຄື່ອນໄຫວ ໃນຂອບເຂດກອງປະຊຸມຜູ້ນຳສະຫະພັນແມ່ຍິງ ອາຊຽນ (AMMW) ຄັ້ງທີ 3 ທີ່ ຫວຽດນາມ.

ທີ່ກອງປະຊຸມ, ຜູ້ແທນ ACW ແລະ ACWC  ໄດ້ປຶກສາຫາລືກ່ຽວກັບແຜນການຮ່ວມມື ໃນການປະຕິບັດ ແຜນການດຳເນີນງານພາກພື້ນ ກ່ຽວກັບການລົບລ້າງການຄວາມຮຸນແຮງ ຕໍ່ແມ່ຍິງ; ຖະແຫຼງການກ່ຽວກັບ ເລື່ອງຮັບປະກັນການ ຕອບສະໜອງ ເພດຍິງ - ຊາຍ ໃນການປະຕິບັດວິໄສທັດປະຊາຄົມ ອາຊຽນ 2025 ແລະ ບັນດາເປົ້າໝາຍພັດທະນະແບບຍືນຍົງ ແລະ ຖະແຫຼງການຮ່ວມ ກ່ຽວກັບການຊຸກຍູ້ສົ່ງເສີມແມ່ຍິງ, ສັນຕິພາບ ແລະ ສະຖຽນລະພາບໃນ ອາຊຽນ.

ກໍ່ໃນວັນທີ 21 ຕຸລາ, ທີ່ຮ່າໂນ້ຍ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໄດ້ສົມທົບກັບຄະນະເລຂາທິການ ອາຊຽນ ແລະ ອົງການສະຫະປະຊາຊາດ ເພື່ອຄວາມສະເໝີພາບຍິງ - ຊາຍ ແລະ ມອບສິດໃຫ້ແມ່ຍິງ (UN Women) ປະຈຳຫວຽດນາມ ໄດ້ຈັດການພົບປະສົນທະນາ ກ່ຽວກັບເພດ ຍິງ-ຊາຍ ແລະ ການຮັບຮູ້ຂອງວົງການສື່ມວນຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ