ບັນດາກຳລັງ ອີຣັກ ປົດປ່ອຍບາງເຂດຢູ່ Mosul ຕື່ມອີກ

ບັນດາກຳລັງ ອີຣັກ ປົດປ່ອຍບາງເຂດຢູ່ Mosul ຕື່ມອີກ - ảnh 1
ບັນດາກຳລັງ ອີຣັກ ປົດປ່ອຍບາງເຂດຢູ່ Mosul ຕື່ມອີກ
(ພາບ: AFP/TTXVN)

(vovworld) - ວັນ​ທີ 19/03 ດ້ວຍ​ການ​ໜູນ​ຊ່ວຍ​ຂອງ​ບັນດາ​ເຮືອບິນ​ສູ້​ຮົບ​ຂຶ້ນ​ກັບ​ສຳພັນ​ທະ​ມິດສາ​ກົນ​ຕ້ານ​ກໍ່​ການ​ຮ້າຍ ​ໂດຍ ອາ​ເມ​ລິກາ ນຳ​ໜ້າ, ບັນດາ​ກຳລັງ​ ອີຣັກ ໄດ້ຢືດ​ເອົາ​​ 4 ​ເຂດ​ຢູ່​ນະຄອນ Mosul ຄືນ​ໃໝ່ຈາກ​ລັດ​ອິດສະ​ລາມ (IS) ອ້າງ​ຊື່​ເອງ. ຜູ້​ບັນຊາການ​ບັ້ນ​ຮົບ​ປົດ​ປ່ອຍ Nineveh ພົນ​ຕີ Abdul Amir Yarallah ​ໃຫ້​ຮູ້​ວ່າ: ກົມ​ກອງລົດ​ຫຸ້ມ​ເກາະ​ເລກ 9 ​ໄດ້ຢືດ​ເອົາ​ສິດຄວບ​ຄຸມ​ເຂດ​ຕິດ​ກັບ al-Molawwathah ຢູ່​ທິດ​ຕາ​ເວັນ​ຕົກ​ Mosul ​​ແລະ ໝູ່​ບ້ານ Huwaidrah ຢູ່​ທິດ​ເໜືອ​ເທດສະບານ​ເມືອງ Badush. ຕາມ​ທ່ານນາຍ​ພົນ Yarallah ແລ້ວ ກອງທັບລັດຖະບານກໍ່ຢືດເອົາໂຮງງານສິບົດ ແລະ ປ້ຳນ້ຳມັນແຫ່ງໜຶ່ງ​ຢູ່​ທິດຕາ​ເວັນ​ຕົກ Mosul. ຜູ້​ບັນຊາ​ການ​ຂັ້ນ​ສູງ​ຂອງ​ກອງທັບ ອີຣັກ ຜູ້ນີ້ກໍ່ ​ໃສ່​ໃຈ​ວ່າ ບັນດາ​ກຳລັງ​​ຂອງ​ລັດຖະບານ ​ໄດ້​ກໍ່​ຄວາມ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ​ໃຫ້​ບັນດາ​ມື​ປືນ IS ​ແລະ ທຳລາຍ​ອາວຸດ​ໜັກ​ຈຳນວນ​ຫລວງຫລາຍ​ຂອງ​ພວກ​ມັນ.

 

ຕອບກັບ

ຂ່າວ/ບົດ​ອື່ນ